
ໃນຕອນບ່າຍວັນທີ 15-17 ສິງຫາ 2022 ຢູ່ທີ່ນະຄອນຮ່າຕີ້ງ, ແຂວງ ຮ່າຕິ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າແຂວງຮ່າຕີ້ງ ສສ ຫວຽດນາມ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ, ແຂວງ ຄຳມ່ວນ ສປປ ລາວ. , ຝ່າຍລາວນໍາພາໂດຍທ່ານ ໄກສອນ ຈັນສີນາຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ, ທ່ານ ບຸນໂຮມ ມຸກດາສັກ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ຄຳມ່ວນ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມນໍາພາໂດຍ ທ່ານ ຮ່ວາງ ວັນ ກວາງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຮ່າຕີ້ງ ພ້ອມດ້ວຍຄະນະ.

ໃນກອງປະຊຸມ ການນໍາທັງ 03 ພະແນກໄດ້ ແລະ ລາຍງານໂດຍຫຍໍ້ສະພາບລວມການຈັດຕັ້ງປະຕິບັດວຽກງານການຮ່ວມມືພັດທະນາວຽກງານອຸດສາຫະກຳ ແລະ ການຄ້າ ໃນໄລຍະຜ່ານມາ ແລະ ຖອດຖອນບົດຮຽນແລກປ່ຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ໂດຍສະເພາະແມ່ນທິດທາງການຮ່ວມມືໃນຕໍ່ໜ້າ.

ຈາກນັ້ນ, ການນໍາສາມຝ່າຍກໍ່ໄດ້ຂື້ນເຊັນບັດບັນທືກການຮ່ວມມື ປະຈຳປີ 2022 ໂດຍມີຄະນະນຳທັງສາມຝ່າຍ ເປັນສັກຄີພີຍານ.
ໃນຕອນທ້າຍພິທີ ຄະນະການນໍາມັງສາມຝ່າຍກໍ່ໄດ້ມອບຂອງຂວັນທີ່ລະນຶກເຊິ່ງກັນ ແລະ ກັນ ເພື່ອເປັນການອວຍພອນ ແລະ ທັງເປັນການຮັດແໜ້ນຄວາມສາມັກຄີ ແບບພິເສດຂອງ 2 ຊາດ ລາວ – ຫວຽດນາມ ເວົ້າລວມ, ເວົ້າສະເພາະ 03 ຂະແໜງອຸດສາຫະກຳ ແລະ ການຄ້າແຂວງຮ່າຕີ້ງ, ບໍລິຄຳໄຊ ແລະ ຄຳມ່ວນ“.









Users Today : 854
Users Yesterday : 1601
This Month : 30769
This Year : 329454
Total Users : 1088906
Who's Online : 10