
ຕອນບ່າຍຂອງວັນທີ 27 ຕຸລາ 2020 ຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ ໄດ້ມອບທຶນສົມທົບໃຫ້ແກ່ອົງການຈັດຕັ້ງມະຫາຊົນ ຈໍານວນ 1.000.000 ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານການກໍ່ສ້າງຫ້ອງນ້ຳ ແລະ ສ້ອມແປງເຮືອນຄົວລວມ ອ້າຍນ້ອງໂສດ ປກສ ແຂວງ, ຕາງໜ້າກ່າວມອບໂດຍ ທ່ານ ພັທ ບົວລອນ ສຸວັນນະລາ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພັທ ປທ ກອງລະສັກ ສີສຸກລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ.
ທ່ານ ພັທ ກອງລະສັກ ສີສຸກລາດ ໄດ້ຕາງໜ້າໃຫ້ແກ່ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສະແດງຄວາມຂອບໃຈ ຕໍ່ກັບຫ້ອງສັນຕິບານ ທີ່ໄດ້ປະກອບສ່ວນທຶນຮອນສົມທົບ ຊຸກຍູ້ເຂົ້າໃນວຽກງານພັດທະນາພື້ນຖານໂຄງລ່າງ, ກໍ່ຄືການປະກອບສ່ວນຊຸກຍູ້ວຽກງານປ້ອງກັນຊາດ -ປ້ອງກັນຄວາມສະຫງົບ, ທ່ານ ໄດ້ອວຍພອນໄຊບັນດາຄະນະ, ແຂກທີ່ເຂົ້າຮ່ວມ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຫວັງຢ່າງຍິ່ງວ່າໃນໂອກາດໜ້າ ຈະໄດ້ຮັບການຊຸກຍູ້ຊ່ວຍເຫຼືອຈາກທ່ານຕື່ມອີກ.








Users Today : 305
Users Yesterday : 1452
This Month : 1757
This Year : 247933
Total Users : 1007385
Who's Online : 7