
ບັ້ນດຳເນີນການສອບເສັງຈົບຊັ້ນມັດທະຍົມສຶກສາ ຊັ້ນ ມ.7 ປະຈຳສົກຮຽນ 2019-2020 ໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດ 2020 ຢູ່ໂຮງຮຽນ ມ.ສ ສີທ່ານາໄຊ, ໃຫ້ກຽດມອບ ແລະ ຕັດຫົວບົດການສອບເສັງ ໂດຍທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງ-ເມືອງປາກຊັນ ມີຫົວໜ້າສຶກສາທິການ ແລະ ກິລາເມືອງປາກຊັນ, ອຳນວຍການໂຮງຮຽນພ້ອມດ້ວຍຄູອາຈານພາຍໃນໂຮງຮຽນເຂົ້າຮ່ວມ.

ຊັ້ນມັດທະຍົມສຶກສາຕອນປາຍ ມ.7 ທົ່ວແຂວງ ປະກອບມີ 10 ສູນສອບເສັງ, ມີ 153 ຫ້ອງສອບເສັງ ມີນັກສອບເສັງທັງໝົດ 3.317 ຄົນ ຍິງ 1.449 ຄົນ ສະເລ່ຍ 19-23 ຄົນຕໍ່ຫ້ອງ, ມີ 4 ວິຊາສອບເສັງຄື: ພາສາລາວ+ວັນນະຄະດີ, ຄະນິດສາດ, ຊີວະສາດ ແລະ ວິຊາ ພູມສາດ ໃນນັ້ນ, ສູນສອບເສັງ ມ.ສ ສີທ່ານາໄຊ ມີ 274 ຄົນ ຍິງ 114 ຄົນ ມີ 14 ຫ້ອງ, ມ.ປາຍ ປາກຊັນ ມີ 351 ຄົນ ຍິງ 169 ຄົນ ມີ 17 ຫ້ອງ, ມ.ສ ທ່າພະບາດ ມີ 282 ຄົນ ຍິງ 156 ຄົນ ມີ 14 ຫ້ອງ , ມ.ສ ບໍລິຄັນ ມີ 303 ຄົນ ຍິງ 146 ຄົນ ມີ 15 ຫ້ອງ, ມ.ສ ວຽງຄຳ ມີ 467 ຄົນ ຍິງ 229 ຄົນ ມີ 22 ຫ້ອງ, ມ.ສ ຜາເມືອງ 192 ຄົນ ຍິງ 73 ຄົນ ມີ 9 ຫ້ອງ, ມ.ສ ນະຄອນໄຊ ມີ 461 ຄົນ ຍິງ 230 ຄົນ ມີ 23 ຫ້ອງ, ມ.ສ ຊົນເຜົ່າ ມີ 411 ຄົນ ຍິງ 197 ຄົນ ມີ 20 ຫ້ອງ, ມ.ສ ວຽງທອງ ມີ 314 ຄົນ ຍິງ 110 ຄົນ ມີ 15 ຫ້ອງ ແລະ ສູນສອບເສັງ ມ.ສ ໂພນສີ ເມືອງໄຊຈຳພອນ ມີ 79 ຄົນ ຍິງ 33 ຄົນ ມີ 4 ຫ້ອງ, ການສອບເສັງແມ່ນເລີ່ມແຕ່ວັນທີ 29 – 30 ກໍລະກົດ 2020 ຈຶ່ງຈະສໍາເລັດ.








Users Today : 445
Users Yesterday : 1356
This Month : 34332
This Year : 390245
Total Users : 1149697
Who's Online : 6