
ເພື່ອເປັນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວທຸກຍາກຢູ່ພາຍໃນແຂວງບໍລິຄຳໄຊ, ໃນຕອນເຊົ້າຂອງວັນທີ 9 ມີນາ 2022 ຢູ່ຫ້ອງຮັບຮອງແຂວງບໍລິຄຳໄຊ ທ່ານ ສາສະດາຈານ ຄໍາແດງ ກຸນທະປັນຍາ ອາຈານໃຫຍ່ຄິຣດຕະຈັກຂ່າວປະເສີດ ປະທານບໍລິຫານສູນລວມຄຣິດຕະຈັກຂ່າວປະເສີດ ສປປ ລາວ ໄດ້ນໍາເອົາຜ້າຫົ່ມ 100 ຊຸດ ( 10 ເປົາໃຫຍ່ ) ມູນຄ່າ 20 ລ້ານກີບ ມາມອບໃຫ້ແຂວງບໍລິຄຳໄຊ, ຕາງໜ້າຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ ທ່ານເຈົ້າແຂວງ ຍັງໄດ້ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍສູນລວມຄຣິດຕະຈັກຂ່າວປະເສີດ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງປະຊາຊົນທີ່ຍັງທຸກຍາກ ແລະ ໄດ້ນຳເຄື່ອງມາມອບໃຫ້ໃນຄັ້ງນີ້.
ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຍັ້ງຢືນຕໍ່ຜົນງານຄວາມດີ ທ່ານເຈົ້າແຂວງ ໄດ້ມອບໃບຊົມເຊີຍ ໃຫ້ແກ່ທ່ານ ສາສະດາຈານ ຄໍາແດງ ກຸນທະປັນຍາ ທີ່ມີຜົນງານໃນການປະກອບສ່ວນໃນຄັ້ງນີ້.











Users Today : 1293
Users Yesterday : 1310
This Month : 17174
This Year : 373087
Total Users : 1132539
Who's Online : 6