
ວັນທີ 26 ມັງກອນ 2023 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ, ຫ້ອງການສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານຍາມພັກແລ້ງ ແລະ ແນະນຳການສ້າງເອກະສານທາງການ ພາຍໃຕ້ການເປັນທານຂອງທ່ານ ເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ອຸ່ນຊຽງໃຫມ່ ຮອງເຈົ້າເມືອງປາກກະດິງ, ມີພາກສ່ວນທີ່ກຽວຂ້ອງຈາກຫ້ອງການສຶກສາ ພ້ອມດ້ວຍຜູ້ບໍລິຫານການສຶກສາທັງພາກລັດ ແລະ ເອກະຊົນພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາທ່ານທີ່ຖືກມອບໝາຍ ໄດ້ພັດປ່ຽນກັນຂື້ນເຜີຍແຜ່ເອກະສານ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເອກະສານພາວະການເປັນຜູ້ນຳທີ່ດີ ແລະ ຍັງໄດ້ແນະນຳການຂຽນແຜນພັດທະນາໂຮງຮຽນສຳລັບຊັ້ນປະຖົມ ພ້ອມທັງນຳສະເໜີຫຼັກການສ້າງເອກະສານທາງການ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ບໍລິຫານການສຶກສາພາຍໃນເມືອງ ໃນການຈັດຕັ້ງປະຕິບັດວຽກງານການສຶກສາ ກໍ່ຄືການຮຽນ-ການສອນ ໃຫ້ມີປະສິດທິພາບ-ປະສິດທິຜົນດີຂື້ນເລື້ອຍໆ.









Users Today : 1501
Users Yesterday : 3846
This Month : 53072
This Year : 408985
Total Users : 1168437
Who's Online : 20