
ບັ້ນດໍາເນີນຊີວິດການເມືອງກະກຽມເປີດກອງປະຊຸມໃຫ່ຍ ຄັ້ງທີ III ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 24 ມັງກອນ ແລະ ໄດ້ສໍາເລັດລົງໃນວັນທີ 25 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເຂົ້າຮວມໂດຍ ສະຫາຍ ສົນທອງ ວີບຸນກວ້າງ ຄະນະພັກພະແນກ ຖວທ ແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະພັກຮາກຖານ ແລະ ສະມາຊິກພັກພາຍໃນເຂົ້າຮ່ວມ.
ໃນບັ້ນດໍາເນີນຊີວິດການເມືອງ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທ້າຍສະໄໝ ທີ່ໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ບາງຈຸດອ່ອນຂໍ້ຄົງຄ້າງ ໃນໄລຍະຜ່ານມາ, ພ້ອມນັ້ນ ຄະນະພັກ ແລະ ສະມາຊິກພັກ ໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ.
ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງການຜ່ານມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ເປັນຕົ້ນແມ່ນ ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ຄວາມສາມາດ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງດີ, ມີຄວາມສາມາດນໍາພາ – ບັນຊາກົມກອງ, ມີຄຸນສົມບັດສິນທຳປະຕິວັດ ແລະ ອື່ນໆ.

ການປ່ອນບັດທາບທາມເອົາຄະນະພັກຮາກຖານພະແນກ ຖວທ ແຂວງ ຮອບທີ II ໂດຍມີຜູ້ຮັບສະໝັກ 9 ສະຫາຍ, ເລືອກເອົາ 7 ສະຫາຍ ເພື່ອກະກຽມບຸກຄະລາກອນເຂົ້າໃນກອງປະຊຸມໃຫ່ຍ ຄັ້ງທີ III ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ.









Users Today : 454
Users Yesterday : 1666
This Month : 25349
This Year : 185546
Total Users : 944998
Who's Online : 26