
ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ – ລັດ ເພື່ອລືບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ບັນລຸຜົນສໍາເລັດຕາມມະຕິທີ່ວາງໄວ້, ໃນວັນທີ 16 ມິຖຸນາ 2022 ຢູ່ຫ້ອງປະຊຸມນ້ອຍຫ້ອງວ່າການເມືອງທ່າພະບາດ ສະຫະພັນກໍາມະບານ ແຂວງ ບໍລິຄໍາໄຊ ໄດ້ມອບເງິນ 30 ລ້ານ ກີບ ເພື່ອຊ່ວຍເຫຼືອຄອບຄົວທຸກຍາກ ໂດຍເປັນກຽດກ່າວມອບໂດຍ ທ່ານ ດໍາລົງ ທັບລາດ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ພ້ອມດ້ວຍຄະນະ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງທ່າພະບາດ, ມີຄະນະນໍາເມືອງ, ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຄີພະຍານ.
ທ່ານ ພູວົງ ພີມມະສອນ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການນໍາພັກ-ລັດຂັ້ນເທິງ ເວົ້າສະເພາະ ກໍ່ຄືຄະນະສະຫະພັນກໍາມະບານແຂວງ ທີ່ໄດ້ເປັນຫ່ວງເປັນໄຍຕໍ່ປະຊາຊົນບັນດາເຜົ່າຊາວເມືອງທ່າພະບາດ ແລະ ຄະນະນໍາເມືອງ ຈະນໍາເອົາຈໍານວນເງິນດັ່ງກ່າວນີ້ ສືບຕໍ່ໄປມອບແກ່ຄອບຄົວທີ່ທຸກຍາກພາຍໃນເມືອງ ທີ່ມີຄວາມຂາດເຂີນປັດໄຈພື້ນຖານໃນການດໍາລົງຊີວິດປະຈໍາວັນ ແລະ ໂອກາດດັ່ງກ່າວນີ້ ທ່ານ ພູວົງ ພີມມະສອນ ຕາງໜ້າໃຫ້ຄະນະນໍາເມືອງມອບໃບຍ້ອງຍໍເພື່ອສະແດງຄວາມຊົມເຊີຍຕໍ່ຜົນງານດັ່ງກ່າວນີ້.

ຫຼັງຈາກນັ້ນ ທ່ານ ພູວົງ ພ້ອມດ້ວຍຄະນະໄດ້ນໍາພາ ຄະນະສະຫະພັນກໍາມະບານແຂວງ ລົງຢ້ຽມຢາມຄອບຄົວທຸກຍາກບ້ານ ສາມະຄີໄຊ ເພື່ອໃຫ້ກໍາລັງໃຈ ແລະ ຮ່ວມສ້າງກິດຈະກໍາອອກແຮງງານກໍ່ສ້າງເຮືອນ ທີ່ຢູ່ອາໃສທີ່ຖາວອນໃຫ້ຄອບຄົວທຸກຍາກ .










Users Today : 1329
Users Yesterday : 3846
This Month : 52900
This Year : 408813
Total Users : 1168265
Who's Online : 23