
ໃນຕອນເຊົ້າຂອງວັນທີ 9 ກັນຍາ 2020 ຢູ່ກອງບັນຊາການທະຫານເມືອງ ສະຫະພັນກໍາມະບານເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ລົງເຜີຍແຜ່ກົດລະບຽບກອງທຶນທະນູເຄາະ ຂອງສະຫະພັນກໍາມະບານເມືອງ ແລະ ກົດລະບຽບກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ສະບັບປັບປຸງໃໝ່ ຂອງສະຫະພັນກໍາມະບານແຂວງ ໃຫ້ນາຍ ແລະ ພົນທະຫານເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ບົວຜອງ ບຸນທະວົງ ຄະນະກອງບັນຊາການທະຫານເມືອງ, ທ່ານ ວ່າວື່ ໄຊສືວື່ ຮອງປະທານສະຫະພັນກໍາມະບານເມືອງ, ມີນາຍ ແລະ ພົນທະຫານພາຍໃນກົມກອງ ເຂົ້າຮ່ວມ.

ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ກົດລະບຽບຂອງກອງທຶນ ວ່າ: ກອງທືນທະນຸເຄາະ ສ້າງຂຶ້ນເພື່ອເບີ່ງແຍງຊ່ວຍເຫຼືອສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານພາຍໃນເມືອງວຽງທອງ ໃນເວລາເສຍຊິວິດ ໂດຍຄອບຄົວຂອງຜູ້ເສຍຊີວິດ ຈະໄດ້ຮັບເງິນຈາກກອງທຶນ ຕາມອາຍຸ ຫລື ປີການຂອງການເຂົ້າເປັນສະມາຊິກ, ກົດລະບຽບປະກອບມີ 9 ມາດຕາ ໄດ້ປະກາດສ້າງຕັ້ງໃນວັນທີ 1 ພຶດສະພາ 2020.
ຈາກນັ້ນ ກໍ່ໄດ້ອະທິບາຍກ່ຽວກັບກົດລະບຽບຂອງກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນຂອງສະຫະພັນກໍາມະບານແຂວງ ຈຸດປະສົງກໍ່ເພື່ອໃຫ້ນາຍ ແລະ ພົນທະຫານເຂົ້າໃຈເພື່ອຈະສະໝັກເຂົ້າເປັນສະມາຊິກທັງສອງກອງທຶນ.









Users Today : 479
Users Yesterday : 1356
This Month : 34366
This Year : 390279
Total Users : 1149731
Who's Online : 7