
ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ – ຂອງຊາດ ກໍ່ຄື ວັນກຳມະກອນສາກົນ ຄົບຮອບ 136 ປີ ( 1 ພຶດສະພາ 1886 – 1 ພຶດສະພາ 2022) ໃຫ້ເປັນຂະບວນການຟົດຟື້ນ ໃນຕອນບ່າຍຂອງວັນທີ 3 ພຶດສະພາ 2022 ຜ່ານມານີ້ ຢູ່ທີ່ເດີ່ນກິລາຈາລະນາ ຮາກຖານກໍາມະບານພະແນກຍຸຕິທໍາແຂວງ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະ ຍິງ – ຊາຍ ລະຫວ່າງ ຮາກຖານກໍາມະບານພະແນກຍຸຕິທໍາແຂວງ ພົບກັບ ສະຫະພັນກຳມະບານແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ ແລະ ທ່ານ ດຳລົງ ທັບລາດ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ.

ບັນຍາກາດຂອງການແຂ່ງຂັນໃນຄັ້ງນີ້ ແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ຊຶ່ງຜົນການແຂ່ງຂັນ ແມ່ນທີມຮາກຖານກໍາມະບານພະແນກຍຸຕິທໍາແຂວງ ເອົາຊະນະ ທີມສະຫະພັນກໍາມະບານແຂວງ ທັງທີມຍິງ ແລະ ທີມຊາຍ. ການສ້າງກິດຈະກຳໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກທ່ານ ນາງ ວົງພະຈັນ ລາດຊະວົງ ເຈົ້າຂອງຮ້ານອາຫານກຸຫຼາບປາກຊັນ ຈໍານວນ 40 ຊຸດ.









Users Today : 273
Users Yesterday : 1356
This Month : 34160
This Year : 390073
Total Users : 1149525
Who's Online : 6