
ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນວັນທີ 26 ຕຸລາ 2021 ຢູ່ຫ້ອງວ່າການແຂວງ ທ່ານ ແຢງ ສະແຫວງຫາ ປະທານສະມາຄົມຫວຽດນາມ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ນຳເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າຮັບໂດຍ ທ່ານ ພັນສະໝອນ ຈັນທະສອນ ຮອງຫົວໜ້າຫ້ອງວ່າການແຂວງ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບດ້ວຍ ນໍ້າດື່ມບໍລິສຸດ, ໄຂ່ໄກ່, ໝີ່ສຳເລັດຮູບ, ປາກະປອງ, ເຂົ້າໜົມຢູໂຣ່ ແລະ ຜ້າອັດປາກ ລວມມູນຄ່າທັງໝົດ 7.570.000 ກີບ, ເຄື່ອງຈຳນວນດັ່ງກ່າວ ແມ່ນໄດ້ມາຈາກການປະກອບສ່ວນຊຸກຍູ້, ຊ່ວຍເຫຼືອ ຂອງພໍ່ແມ່ປະຊາຊົນ ແລະ ສະມາຊິກສະມາຄົມຫວຽດນາມ ແຂວງບໍລິຄຳໄຊ.

ໃນໂອກາດນີ້ ທ່ານຮອງຫົວໜ້າຫ້ອງວ່າການ ໄດ້ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສະມາຄົມຫວຽດນາມ, ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຍັງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄຳໄຊຍັງໄດ້ມອບໃບຊົມເຊີຍ ໃຫ້ສະມາຄົມຫວຽດນາມ ແຂວງບໍລິຄຳໄຊ ໃຫ້ກຽດມອບໂດຍ ທ່ານ ພັນສະໝອນ ຈັນທະສອນ ແລະ ຮັບໂດຍ ທ່ານ ແຢງ ສະແຫວງຫາ.










Users Today : 1396
Users Yesterday : 3846
This Month : 52967
This Year : 408880
Total Users : 1168332
Who's Online : 27