
ໃນວັນທີ 17 ກໍລະກົດ 2020 ເຊິ່ງເປັນມື້ທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາຫຼາຍວຽກງານສຳຄັນຂອງແຂວງ ໜຶ່ງໃນນັ້ນ ກໍ່ແມ່ນການພິຈາລະນາຮັບຮອງເອົາການສະເໜີຍົກຍ້າຍ, ແຕ່ງຕັ້ງບຸກຄະລາກອນຂອງແຂວງ.

ກອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຮັບຮອງເອົາການສະເໜີການແຕ່ງຕັ້ງ ແລະ ຍົກຍ້າຍ ເອົາບຸກຄະລາກອນຂອງແຂວງ ຕາມການສະເໜີຂອງທ່ານເຈົ້າແຂວງບໍລິຄຳໄຊ ໂດຍການສະເໜີ ຍົກຍ້າຍ ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຫ້ອງວ່າການແຂວງ ໄປປະຈໍາການຮັບໜ້າທີ່ໃໝ່ຢູ່ຄະນະຈັດຕັ້ງແຂວງ, ຍົກຍ້າຍ ທ່ານ ໄກ່ທອງ ອານຸສິນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄປປະຈໍາການຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ, ເຫັນດີຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ພັອ ກົງຈັນ ໄຊປັນຍາ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ແຕ່ງຕັ້ງ ທ່ານ ວິໄຊ ພູມີ ຮັກສາການຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ແຕ່ງຕັ້ງ ທ່ານ ໄກສອນ ຈັນສີນາ ຮອງປະທານຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ເປັນຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ແຕ່ງຕັ້ງທ່ານ ອຸດອນ ສອນສຸລິນ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທຽວແຂວງແຂວງ ເປັນຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ແລະ ແຕ່ງຕັ້ງ ທ່ານ ພັດທະຈອນ ແກ້ວພຸດທະວົງ ຮັກສາການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ເປັນຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ.







Users Today : 289
Users Yesterday : 1666
This Month : 25184
This Year : 185381
Total Users : 944833
Who's Online : 10