
ເພື່ອເປັນການຊ່ວຍເຫຼືອແບ່ງເບົາບັນເທົາທຸກເບື້ອງຕົ້ນ ໃຫ້ກັບຄອບຄົວທີ່ຍັງຂາດເຂີນ ບໍ່ທັນພົ້ນທຸກ ໃນວັນທີ 22 ກັນຍາ 2021 ສສຂ ປະຈໍາເຂດເລືອກຕັ້ງ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ນໍາພາໂດຍ ທ່ານ ສະຫວັນເພັດ ຈັນທະວົງສາ, ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງຊ່ວຍເຫຼືອ ມອບເຄື່ອງບໍລິໂພກຈໍານວນໜຶ່ງ ໃຫ້ກັບຄອບຄົວພົ້ນທຸກພາຍໃນເມືອງ ທ່າພະບາດ ເຊິ່ງມີ ຄອບຄົວຂອງ ທ້າວ ສັ້ນ, ຄອບຄົວຂອງ ທ້າວ ດໍາ ບ້ານ ທ່າບົກ ແລະ ຄອບຄົວທ້າວ ເພັດ ບ້ານ ປ່າໄລ່.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ 3 ເປົ່າ, ປາກະປ໋ອງ 6 ແພັກ ແລະ ໝີ່ 15 ແກັດ ພ້ອມກັນນັ້ນ ສສຂ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ໃຫ້ກໍາລັງໃຈ ຈົ່ງບຸກບືນອົດທົນ ສູ້ຊົນຜ່ານຜ່າ ຮ່ວມແຮງຮ່ວມໃຈ ອອກແຮງງານ ທໍາມາຫາກິນ ເພື່ອນໍາພາໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.

ໃນໂອກາດດຽວກັນນັ້ນ ສສຂ ຍັງໄດ້ລົງຕິດຕາມສະພາບ ລານພັກແຮ່ ແລະ ຍັງໄດ້ຮັບຟັງແນວທາງການແກ້ໄຂ ບັນຫາດັ່ງກ່າວຂອງບໍລິສັດ ຕໍ່ບັນຫາຂີ້ຝຸ່ນ ແລະ ການສັນຈອນແອອັດຕາມເສັ້ນທາງເຂດບ້ານ ປ່າໄລ່ ຫາ ບ້ານ ຫ້ວຍເລິກ.









Users Today : 1353
Users Yesterday : 3846
This Month : 52924
This Year : 408837
Total Users : 1168289
Who's Online : 22