
ຕອນເຊົ້າຂອງວັນທີ 16 ພຶດສະພາ 2022 ຢູ່ທີ່ສະໂມສອນ ບ້ານ ຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຝຶກອົບຮົມການເມືອງ – ການທະຫານ ໃຫ້ກໍາລັງກອງຫຼອນ ບ້ານ ໂດຍເປັນກຽດເຂົ້າຮ່ວມເປັນປະທານເປີດຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ – ພະນັກງານ, ຮອງປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີທ່ານຫົວໜ້າກອງບັນຊາການທະຫານເມືອງ, ຄະນະຮັບຜິດຊອບ, ນາຍບ້ານ, ກໍາລັງກອງຫຼອນ ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ພາຍຫຼັງເປີດພິທີແລ້ວ ກອງຫຼອນຜູ້ທີ່ເຂົ້າຮ່ວມຝືກອົບຮົມ ຈະໄດ້ພ້ອມກັນເຊື່ອມຊືມເອກະສານທີ່ສຳຄັນຕ່າງໆ ຄື: ເອກະສານມູນເຊື້ອຂອງກອງທັບ, ເອກະສານທີ່ຕັ້ງພາລະບົດບາດຂອງກອງຫຼອນ, ເອກະສານຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ, ບົດຮຽນຄຸນຄ່າສະມັດຕະພາບການປະກອບສ້າງ ແລະ ການ ປົກປັກຮັກສາອາວຸດ AK, CKC, ບົດຮຽນ 7 ຈັງຫວະພື້ນຖານບຸກຄົນ, ຈຸໝູ່ປ້ອງກັນເວນຍາມບ້ານ, ໝວດປ້ອງກັນເວນຍາມບ້ານ ແລະ ເຄື່ອນໄຫວຊອກຄົ້ນຕີສັດຕູ, ຮຽນ ເລັງປືນ ບົດເປີດສາກພ້ອມທັງປະຕິບັດຍີງລູກປືນແທ້.
ຈຸດປະສົງການຝືກອົບຮົມ ກໍ່ເພື່ອສ້າງໃຫ້ກອງຫຼອນມີຄວາມເຂົ້າໃຈຕໍ່ບົດຮຽນ ແລະ ກໍ່ເປັນການສ້າງຄວາມເຂັ້ມແຂງ ໃນໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍ ແລ້ວພ້ອມກັນເຮັດໜ້າທີ່ຢ່າງມີຜົນສຳເລັດ, ເຮັດໃຫ້ບ້ານມີຄວາມສະຫງົບ – ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ. ບັ້ນຝືກອົບຮົມຄັ້ງນີ້ ຈະດໍາເນີນໄປເປັນເວລາ 10 ວັນຈື່ງສຳເລັດ.








Users Today : 1018
Users Yesterday : 723
This Month : 47160
This Year : 146585
Total Users : 906037
Who's Online : 9