
ພິທີ ມອບ-ໂອນ ການຄຸ້ມຄອງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ ແລະ ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບໄລຍະຜ່ານມາ ໃຫ້ກອງບັນຊາການ ປກສ-ປກຊ ເມືອງ ໄດ້ຈັດຂຶ້ນ ຕອນເຊົ້າຂອງວັນທີ 7 ກໍລະກົດ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພິທີໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງວຽງທອງ ວ່າດ້ວຍການມອບ-ໂອນ ການຄຸ້ມຄອງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບນະໂຍບາຍອຸດໜູນ ແລະ ເສຍອົງຄະຄືນໃຫ້ແກ່ກົມກອງ. ໃຫ້ກຽດເຊັນມອບໂອນໂດຍ ທ່ານ ນາງ ພູວາ ຈັນທະສອນ ຫົວໜ້າຫ້ອງການ ຮສສ ເມືອງ ແລະ ເຊັນຮັບ ໂດຍ ທ່ານ ພັທ ໜາວຕູ້ ກາງປາວວື ຫົວໜ້າການທະຫານກອງບັນຊາການທະຫານເມືອງ ແລະ ທ່ານ ພັທ ພອນຄໍາ ພີມມະຈັນ ຮອງກອງບັນຊາການ ປກສ ເມືອງ.
ນາຍ – ພົນທະຫານ, ນາຍ – ພົນຕໍາຫຼວດ ທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບທີ່ຫ້ອງການ ຮສສ ເມືອງ ມອບ-ໂອນມີ ຄື: ທະຫານ 8 ທ່ານ, ເສຍຊີວິດ 1 ທ່ານ, ອຸດໜູນສະມາຊິກຄອບຄົວ(ໝ້າຍ) 3 ທ່ານ, ລູກບໍ່ທັນພົ້ນກະສຽນອາຍຸ 7 ຄົນ, ຕຳຫຼວດຈຳນວນ 1 ທ່ານ, ລູກບໍ່ທັນພົ້ນກະສຽນອາຍຸ 2 ຄົນ.
ຈຸດປະສົງໃນການມອບ-ໂອນຄັ້ງນີ້ ກໍ່ເພື່ອເຮັດໃຫ້ການຄຸ້ມຄອງຖືກຕ້ອງຕາມກົດໝາຍວ່າດ້ວຍປະກັນສັງຄົມ ແລະ ສອດຄ່ອງກັບບັນດານິຕິກຳທີ່ໄດ້ວາງອອກ.









Users Today : 152
Users Yesterday : 3696
This Month : 98760
This Year : 509291
Total Users : 1268743
Who's Online : 14