
ເພື່ອປະຕິບັດຕາມນະໂຍບາຍຂອງພັກ – ລັດ ທີ່ມີຕໍ່ຄອບຄົວພະນັກງານເສຍຊິວິດ, ໃນວັນທີ 17 ຕຸລາ 2022 ຫ້ອງການແຮງງານສະຫວັດດີການສັງຄົມ ເມືອງວຽງທອງ ໄດ້ນໍາເອົາເງີນອຸດໜຸດເສຍຊິວີດຂອງຄູ່ສົມລົດ ແລະ ຄອບຄົວອາດີດພະນັກງານບໍານານເສຍຊິວິດ ມອບໃຫ້ 2 ຄອບຄົວ ຄື: ຄອບຄົວ ທ່ານ ນາງ ບົວຮອງ ບຸດທະວົງ ອາດີດພະນັກງານບໍານານທີ່ເສຍຊິວິດ ຢູ່ບ້ານ ນາດີ ຈຳນວນເງີນ 36.656,190 ກີບ ແລະ ຄອບຄົວ ທ່ານ ນາງ ແຄັດຕີ່ ຈຸນລະມະນີ ອາດີດພະນັກງານ ສັງກັດຢູ່ຫ້ອງການສາທາລະນາສູກເມືອງ ຈໍານວນ 29.720,600 ກີບ, ໂດຍເປັນກຽດເຂົ້າຮ່ວມກ່າວມອບເງິນຂອງ ທ່ານ ບົວພັນ ອີນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ກ່າວຮັບແມ່ນຜູ້ເປັນຜົວ ແລະ ລູກຊາຍຂອງຜູ້ທີ່ເສຍຊິວີດ ໂດຍຊ້ອງໜ້າຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ພ້ອມດ້ວຍພະນັກງານພາຍໃນຫ້ອງການ ແລະ ຍາດຕິພີນ້ອງ ເຂົ້າຮ່ວມເປັນສັກຄີພິຍານ.









Users Today : 273
Users Yesterday : 1356
This Month : 34160
This Year : 390073
Total Users : 1149525
Who's Online : 6