
ໃນລະຫວ່າງວັນທີ 20 – 29 ກໍລະກົດ 2020 ຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຊຸດຝຶກອົບຮົມການໂຄສະນາເຜີຍແຜ່ປູກຈິດສໍານຶກໃນການປົກປັກຮັກສາ-ອະນຸລັກປ່າໄມ້ຢູ່ໃນເຂດປ່າປ້ອງກັນແຫ່ງຊາດ ນໍ້າມ່ວນ-ນໍ້າຍ້ວງ ເຊີ່ງເປັນກຽດເຂົ້າຮ່ວມຂອງທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຄູຝຶກ ແລະ ນັກສໍາມະນາກອນ 16 ທ່ານ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນໄດ້ຮຽນຮູ້ກ່ຽວກັບຫຼັກການ, ວິທີ, ຂັ້ນຕອນຂອງການໂຄສະນາ. ຝຶກການສ້າງກິດຈະກໍາ, ການຫຼີ້ນເກມ, ຫຼີ້ນລະຄອນສັ້ນ ທີ່ກ່ຽວພັນກັບຄວາມໝາຍ ຄວາມສຳຄັນ ແລະ ຄວາມຈຳເປັນຂອງການອະນຸລັກປ່າໄມ້ ຈຸດປະສົງ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ຝຶກ ນໍາໄປໂຄສະນາເຜີຍແຜ່ໃຫ້ກຸ່ມເປົ້າໝາຍ ໄດ້ຮັບຮູ້ເຂົ້າໃຈ ແລະ ພ້ອມກັນປົກປັກຮັກສາປ່າໄມ້ໃຫ້ຍືນຍົງ.
ເພື່ອໃຫ້ຜູ້ເຂົ້າຝຶກ ນອກຈາກໄດ້ຮຽນຮູ້ດ້ານທິດສະດີແລ້ວ ຍັງຕ້ອງໄດ້ສຳຜັດກັບສະພາບຕົວຈິງແລະ ໄດ້ດ້ລົງເຮັດການໂຄສະນາທົດລອງ ຢູ່ຕະຫຼາດບ້ານນໍ້າຢ້າງ ແລະ ບ້ານໃຫຍ່ຈອມທອງ.










Users Today : 411
Users Yesterday : 1356
This Month : 34298
This Year : 390211
Total Users : 1149663
Who's Online : 7