
ເພື່ອເປັນການຊຸກຍູ້ສົ່ງເສີມການປູກ ໃຫ້ແກ່ກຸ່ມຊາວກະສິກອນພາຍໃນເມືອງທ່າພະບາດ ໃຫ້ມີວຽກເຮັດງານທໍາ ແລະ ເພື່ອສ້າງລາຍຮັບເຂົ້າໃນຄອບຄົວ ໃນວັນທີ 24 ພະຈິກ 2021 ທ່ານ ໄຊຍາເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ ທັງເປັນ ສສຂ ປະຈໍາຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ໄດ້ຮ່ວມກັບ ບໍລິສັດໂມມີ້ນ ພັດທະນາຈໍາກັດ ໄດ້ມອບແນວພັນສາລີແຂງ ເພື່ອເປັນແນວພັນໃຫ້ແກ່ກຸ່ມປູກສາລີແຂງ ອາຫານສັດໃຫ້ກຸ່ມຊາວກະສິກອນ ບ້ານທວາຍໃຫຍ່, ບ້ານໜອງເກີນ ເມືອງທ່າພະບາດ, ແນວພັນສາລີແຂງ ນໍາມາມອບໃນຄັ້ງນີ້ ມີ 15 ແກັດ, ນໍ້າໜັກ 300 ກິໂລກຼາມ ໂດຍເປັນກຽດເຂົ້າຮ່ວມ ພິທິມອບ-ຮັບ ໂດຍມີ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງທ່າພະບາດ, ມີບັນດາທ່ານຄະນະພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ເມືອງເຂົ້າຮ່ວມ.






Users Today : 1728
Users Yesterday : 3846
This Month : 53299
This Year : 409212
Total Users : 1168664
Who's Online : 26