
ຕອນເຊົ້າວັນທີ 19 ມີນາ 2021 ຢູ່ທີ່ສະໂມສອນໂຮງຮຽນ ມັດທະຍົມສຶກສາສົມບູນ ປາກກະດິງ ໄດ້ຈັດງານແຂ່ງຂັນສິລະປະ ວັນນະຄະດີຂອງໂຮງຮຽນ ປະຈຳສົກຮຽນ 2020-2021 ຂື້ນ, ເພື່ອຄັດເລືອກເອົາຕົວແທນຂອງໂຮງຮຽນ ຊັ້ນ ມໍຕົ້ນ ແລະ ມໍປາຍ ໄປແຂ່ງຂັນຢູ່ຂັ້ນເມືອງ ທີ່ຈະໄດ້ຈັດຂື້ນໃນທ້າຍເດືອນມີນານີ້.
ງານປະກວດສິລະປະຄັ້ງນີ້ ໄດ້ຈັດຂື້ນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເພັດສະຫມອນ ໄຊຍະລາດ ຜູ້ອຳນວຍການໂຮງຮຽນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ເພັງ ເພີນຈິດ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີແຂກຖືກເຊີນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຊົມ ແລະ ຮ່ວມເຊຍ.

ງານປະກວດສິລະປະວັນນະຄະດີຄັ້ງນີ້, ມີບົດຟ້ອນປະກອບດົນຕຣີ ແລະ ສຽງເພງເຂົ້າຮ່ວມແຂ່ງຂັນທັງຫມົດ 23 ລາຍການ, ໃນນັ້ນ, ຊັ້ນມໍຕົ້ນ ມີ 12 ບົດຟ້ອນ, ມໍປາຍ ມີ 11 ບົດຟ້ອນ.
ການແຂ່ງຂັນໄດ້ດຳເນີນໄປດ້ວຍຄວາມຟົດຟື້ນ ແລະ ມ່ວນຊື່ນ, ສະແດງໃຫ້ເຫັນເຖິງຄວາມເປັນເອກະລັກຂອງຊາດ, ຂອງພັກ, ວັດທະນະທຳ ແລະ ຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ.
ຈົບຜົນການແຂ່ງຂັນ, ຊັ້ນ ມໍຕົ້ນທີ 3 ໄດ້ແກ່ ຫ້ອງ 4/2 ດ້ວຍບົດຟ້ອນປະກອບສຽງເພງ ເຜົ່າລາວສາມັກຄີ, ທີ 2 ໄດ້ແກ່ ຫ້ອງ1/2 ດ້ວຍບົດຟ້ອນປະກອບສຽງເພງ ຂັບທຸ້ມຫຼວງພະບາງ ແລະ ຊະນະເລີດ ໄດ້ແກ່ຫ້ອງ 3/3 ດ້ວຍບົດຟ້ອນປະກອບສຽງເພງ ຊຳເຫນືອແດນງາມ ໄດ້ເປັນຕົວແທນໄປແຂ່ງຂັນຢູ່ຂັ້ນເມືອງ.
ຊັ້ນ ມໍປາຍ ທີ 3 ໄດ້ແກ່ ຫ້ອງ 6/1 ດ້ວຍບົດຟ້ອນ ປະກອບສຽງເພງຊາວໜຸ່ມລາວກ້າວໄປ, ທີ 2 ໄດ້ແກ່ຫ້ອງ 7/1 ດ້ວຍບົດຟ້ອນປະກອບສຽງເພງ ພູມໃຈທີ່ເກີດເປັນລາວ ແລະ ຊະນະເລີດໄດ້ແກ່ຫ້ອງ 5/1 ດ້ວຍບົດຟ້ອນປະກອບສຽງເພງ ເຊີນທ່ຽວແດນຈຳປາ ໄດ້ເປັນຕົວແທນໄປແຂ່ງຂັນຢູ່ຂັ້ນເມືອງ.
ໃນໂອກາດດຽວກັນ ຍັງໄດ້ມີພິທີມອບໃບຊົມເຊີຍຂັ້ນໂຮງຮຽນໃຫ້ນັກຮຽນດີເດັ່ນ 48 ນ້ອງ, ຍິງ 36 ນ້ອງ ແລະ ນັກຮຽນປະພຶດດີ 98 ນ້ອງ, ຍິງ 62 ນ້ອງ.










Users Today : 123
Users Yesterday : 3696
This Month : 98731
This Year : 509262
Total Users : 1268714
Who's Online : 22