
ໃນວັນທີ 2 ມີນາ 2021 ຢູ່ທີ່ສະໂມສອນຂອງໂຮງຮຽນ ມ.ສ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ທີມງານສູນເລືອດແຂວງບໍລິຄຳໄຊ ໄດ້ມີການຈັດກິດຈະກຳ ຮັບບໍລິຈາກເລືອດນຳຄູ-ອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນ ມ.ສ ຈອມທອງ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບູນຍົງ ປັນຍານຸວົງ ຮອງສູນເລືອດແຂວງ ພ້ອມດ້ວຍທີມງານການແພດ, ມີຄະນະອຳນວຍການ, ຄູ, ອາຈານຕະຫຼອດຮອດຄູເຝິກຫັດ ແລະ ນ້ອງນັກຮຽນຊັ້ນມໍປາຍ ເຂົ້າຮ່ວມທັງໝົດ 217 ນ້ອງ, ຍີງ 71.
ໃນການຮັບບໍລິຈາກໃນຄັ້ງນີ້ ມີຜູ້ສະໝັກທັງໝົດ 34 ຄົນ, ຍີງ 13 ຄົນ, ໄດ້ຮັບເລືອດຕົວຈີງ 27 ຖົງ, ຍີງ 10 ຖົງ, ໃນນັ້ນ ພະນັກງານຄູ 1 ຖົງ, ຄູເຝິກຫັດ 6 ຖົງ, ນັກຮຽນ 20 ຖົງ.









Users Today : 685
Users Yesterday : 1356
This Month : 34572
This Year : 390485
Total Users : 1149937
Who's Online : 14