
ໃນຕອນເຊົ້າຂອງວັນທີ 5 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມຫ້ອງການແຜນການ ແລະ ການລົງທຶນເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີເຊັນສັນຍາ ໂຄງການຕອບໂຕ້ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ລະຫວ່າງ ຫ້ອງການແຜນການ ແລະ ການລົງທຶນຄຳເກີດ ແລະ ຜູ້ສະຫນອງເຂົ້າສານ ແລະ ອຸປະກອນສຸຂະອະນາໄມ, ນໍ້າຢາຂ້າເຊື້ອ, ຂໍ້ມູນຂ່າວສານການແພດ ໃຫ້ 27 ບ້ານເປົ້າຫມາຍ ຂອງແຜນງານລາວ 030 ເມືອງຄໍາເກີດ ໂດຍການເປັນປະທານຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄໍາເກີດ.


ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄໍາເກີດ ກ່າວວ່າ: ວຽກງານດັ່ງກ່າວ ແມ່ນມີ 3 ບໍລິສັດ ທີ່ເຂົ້າຮ່ວມເຊັນສັນຍາ ຄື: ບໍລິສັດ KC5, ບໍລິສັດວົງຊົມພູ ແລະ ຮ້ານຂາຍຢາ-ອຸປະກອນການແຜດ ທີ່ສາມາດສະໜອງເຂົ້າສານ ແລະ ອຸປະກອນສຸຂະອະນາໄມ, ນໍ້າຢາຂ້າເຊື້ອ, ຂໍ້ມູນຂ່າວສານການແພດໃຫ້ 27 ບ້ານເປົ້າຫມາຍຂອງແຜນງານລາວ 030 ເມືອງຄໍາເກີດ ລວມມູນຄ່າ 777.400.000 ກີບ.

ພ້ອມນີ້ ພະແນກແຜນການ ແລະ ການລົງທຶນແຂວງບໍລິຄໍາໄຊ ຍັງໄດ້ມອບອຸປະກອນຮັບໃຊ້ຫ້ອງການ ໃຫ້ແກ່ຫ້ອງການແຜນການ ແລະ ການລົງທຶນເມືອງ ມີ: ຄອມພິວເຕີໂນດບຸກ 2 ເຄື່ອງ ແລະ ຈໍແອວຊີດີ 1 ຊຸດ ລວມມູນຄ່າ 15 ລ້ານກວ່າກີບ ກ່າວມອບໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງ, ກ່າວຮັບໂດຍ ທ່ານ ຄໍາປັນ ໄຊຍະວົງ ຫົວຫນ້າຫ້ອງການແຜນການ ແລະ ການລົງທຶນເມືອງຄໍາເກີດ.








Users Today : 541
Users Yesterday : 1356
This Month : 34428
This Year : 390341
Total Users : 1149793
Who's Online : 8