
ພິທີເຊັນສັນຍາ ໂຄງການກໍ່ສ້າງນ້ຳລີນ ບ້ານ ນາຍາງ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ໃນວັນທີ 17 ທັນວາ 2021 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງວຽງທອງ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ມີການເຊັນບົດສັນຍາ ລະຫວ່າງ ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງ, ຕາງໜ້າເຈົ້າຂອງໂຄງການເຊັນໂດຍ ທ່ານ ດຣ ບູນລັບ ວົງເສນາ ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ຕາງໜ້າຜູ້ຮັບເໝົາກໍ່ສ້າງເຊັນໂດຍ ທ່ານ ກີ່ງ ຂຸນມະບານ ຜູ້ອໍານວຍການບໍລິສັດ ສີງນຳຈະເລີນ ຄົບວົງຈອນ ຈໍາກັດຜູ້ດຽວ ໂດຍຊ້ອງໜ້າ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການກໍ່ສ້າງນໍ້າລີນບ້ານ ນາຍາງ ມີຄວາມຍາວແຕ່ຫົວງານຫາບ້ານ 4.200 ແມັດ ຜູ້ໄດ້ຮັບຜົນປະໂຫຍດແມ່ນປະຊາຊົນຈຳນວນ 115 ຫຼັງຄາເຮືອນ, 164 ຄອບຄົວ ມີຈຳນວນພົນ 734 ຄົນ, ໂຄງການໄດ້ຮັບການສະໜັບສະໜູນຈາກ ລັດຖະບານລາຊະອານາຈັກລຸກຊໍາບວກ (030) ໃນມູນຄ່າທັງໝົດ 333.050.000 ກີບ (ສາມຮ້ອຍສາມສິບສາມລ້ານຫ້າສິບພັນກີບ) ກໍານົດການກໍ່ສ້າງໃຫ້ສໍາເລັດ 100% ພາຍໃນກໍານົດ 60 ວັນນັບແຕ່ວັນອອກໃບສັ່ງວຽກເປັນຕົ້ນໄປ.








Users Today : 1898
Users Yesterday : 3846
This Month : 53469
This Year : 409382
Total Users : 1168834
Who's Online : 21