
ຕອນເຊົ້າ ວັນທີ 11 ກຸມພາ 2022 ພາກສ່ວນຕ່າງໆ ໄດ້ນຳເອົາເງິນສົດ ມາມອບໃຫ້ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານການກໍ່ສ້າງພື້ນຖານໂຄງລ່າງ ກໍ່ຄືການປັບປຸງປົວແປງ ພັດທະນາກົມກອງ ລວມມູນຄ່າ 12,320,000 ກີບ.
ໃນນີ້, ທະນາຄານຮ່ວມພັດທະນາ ມອບເງິນ 1,000,000 ກີບ , ທ່ານ ສີນວນ ເອົາວົງສາ ມອບຫີນ 01 ລົດ ມູນຄ່າ 2,000,000 ກີບ, ທະນາຄານອິນດູຈີນ 500,000 ກີບ, ທ່ານ ສຸດໃຈ ໄຊຍະລັກ ມອບປູນ 2 ໂຕ່ນ ມູນຄ່າ 1,280,000 ກີບ, ທະນາຄານສົ່ງເສີມກະສິກຳ 500,000 ກີບ, ກອງຮ້ອຍປ້ອງກັນເຄື່ອນທີ່ 1,600,000 ກີບ, ຫ້ອງການກອງພັນ 720,000 ກີບ, ກອງຮ້ອຍຕີພິເສດ 1,280,000 ກີບ, ກອງຮ້ອຍແກ້ໄຂຈາລາຈົນ 640,000 ກີບ, ພະແນກຕຳຫຼວດສິ່ງແວດລ້ອມ ປກສ ແຂວງ ມອບຊາຍ 01 ລົດ ມູນຄ່າ 500,000 ກີບ, ທະນາຄານພັດທະນາລາວ 500,000 ກີບ, ທ່ານ ລຳພອນ ສີສົງຄາມ 300,000 ກີບ, ຂະແໜງການເງິນ ເມືອງ ປາກຊັນ ມອບຫີນ 01 ລົດ ແລະ ຊາຍ 01 ລົດ ມູນຄ່າ 1,500,000 ກີບ ເປັນກຽດກ່າວຮັບໂດຍ ທ່ານ ພັນໂທ ໄຂຄຳ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ມີຄະນະກອງພັນ, ພະນັກງານທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ໃນໂອກາດດັ່ງກ່າວ ທ່ານ ພັນໂທ ໄຂຄຳ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາທ່ານທຸກພາກສ່ວນທີ່ໄດ້ໃຫ້ການອຸ້ມຊູອຸປະຖຳຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງເງິນຈຳນວນດັ່ງກ່າວ ຈະໄດ້ນຳໄປຊື້ອຸປະກອນການກໍ່ສ້າງ ເຊັ່ນ: ຊາຍຫີນ ແລະ ປູນ ເພື່ອນຳມາເທພື້ນເບຕົງໃນສະຖານທີ່ເດີ່ນຫ້ອງການ ຂອງກອງພັນປ້ອງກັນເຄື່ອນທີ່ໃຫ້ມີຄວາມຈົບບງາມເພື່ອພັດທະນາພື້ນຖານໂຄງລ່າງໃນກົມກອງ ໃຫ້ມີຄວາມເຂັ້ມແຂງນັບມື້ນັບດີຂຶ້ນ, ໃນທີໄດ້ ມອບໃບຊົມເຊີຍ ຂອງກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໃຫ້ກັບບັນດາທ່ານທີ່ໄດ້ໃຫ້ການອຸປະຖຳຊຸກຍູ້ວັດຖຸເງິນຄຳໃຫ້ແກ່ກອງພັນປ້ອງກັນເຄື່ອນທີ່ ແລະ ບັນທຶກຜົນງານໄວ້ ໃນປື້ມປະຫວັດສາດຂອງກອງບັນຊາການ.











Users Today : 1361
Users Yesterday : 3846
This Month : 52932
This Year : 408845
Total Users : 1168297
Who's Online : 27