
ຕອນເຊົ້າ ວັນທີ 28 ເມສາ 2022 ຫລາຍພາກສ່ວນ ໄດ້ມອບເງີນຊຸກຍູ້ຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໃນນີ້ມີ ບໍລິສັດ ລາວຈະເລີນການຄ້າ ຈໍານວນ 2.000.000 ກີບ, ບໍລິສັດ ອະນຸລັກ ການໄຟຟ້າ ຈໍາກັດ 1.400.000 ກີບ, ຫ້ອງສັນຕິບານ ປກສ ແຂວງ 1.400.000 ກີບ ແລະ ໜ່ວຍຊາວໜຸ່ມຮາກຖານຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ 1.000.000 ກີບ, ລວມຈຳນວນເງິນທີ່ມອບ – ຮັບໃນຄັ້ງນີ້ 5.800.000 ກີບ, ເຊິ່ງກ່າວຮັບໂດຍ ສະຫາຍ ພັທ ກອງລະສັກ ສີສຸກລາດ ຮອງຫົວໜ້າຫ້ອງການເມືອງ, ຄະນະປະຈຳຊາວໜຸ່ມແຂວງ, ເລຂາຄະນະຊາວໜຸ່ມຮາກຖານ ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ມີຄະນະຮາກຖານຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມ ເຂົ້າຮວມ ເປັນສັກຂີພະຍານ.

ທ່ານ ພັນໂທ ກອງລະສັກ ສີສຸກລາດ ໄດ້ຕາງໜ້າຄະນະພັກ, ຄະນະບັນຊາ ແລະ ຄະນະຊາວໜຸ່ມຮາກຖານ ປກສ ແຂວງ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງພາກສ່ວນຕ່າໆ ທີ່ໄດ້ເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອປະກອບສ່ວນສົມທົບທຶນເຂົ້າໃນການກໍ່ສ້າງທາງເບຕົງ ເຂົ້າຫາຫໍພັກພະນັກງານ ປກສ ແຂວງ ໃຫ້ມີຄວາມແໜ້ນໜາຖາວອນ ແລະ ສະອາດງາມຕາ.
ການປະກອບສ່ວນຂອງພາກສ່ວນຕ່າງໆໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງການມີສ່ວນຮ່ວມຂອງສັງຄົມ ເຂົ້າໃນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.









Users Today : 1359
Users Yesterday : 3846
This Month : 52930
This Year : 408843
Total Users : 1168295
Who's Online : 26