
ໃນຕອນແລງຂອງວັນທີ່ 9 ກຸມພາ 2022 ຢູ່ເດີ່ນບານເຕະ ຈາລະນາ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດກິລາບານເຕະມິດຕະພາບຂື້ນ ລະຫວ່າງ ທີມພະແນກສຶກສາທິການ ແລະ ກິລາແຂວງ ພົບກັບ ທີມຮ່ວມໃຈ.
ພະແນກສຶກສາ ນໍາທີມໂດຍ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທີມຮ່ວມໃຈນໍາພາໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ຜູ້ຊີ້ນໍາວຽກງານວັດທະນະທໍາ – ສັງຄົມ.

ຈຸດປະສົງຂອງການສ້າງຂະບວນການໃນຄັ້ງນີ້ ກໍ່ເພື່ອເປັນການອອກກໍາລັງກາຍເພື່ອສຸຂະພາບດີ ແລະ ເປັນການກະຊັບມິດລະຫວ່າງທັງສອງທີມ ການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມສາມັກຄີມິດຕະພາບ.
ຈາກຜົນການແຂ່ງຂັນ ກໍ່ເປັນທີມພະແນກສຶກສາທິການ ແລະ ກິລາແຂວງ ເປັນທີມທີ່ເຮັດໄດ້ດີ ແລະ ຍິງປະຕູໄດ້ຄົມກວ່າ ເຮັດໃຫ້ສາມາດຍາດໄຊຊະນະທີມຮ່ວມໃຈ ໄປໄດ້ ດ້ວຍສະກໍ 4 ຕໍ່ 2 ປະຕູ.









Users Today : 1883
Users Yesterday : 3846
This Month : 53454
This Year : 409367
Total Users : 1168820
Who's Online : 28