
ເພື່ອເປັນການຊຸກຍູ້ ສົ່ງເສີມແຜນພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມປູກຜັກສະອາດໃຫ້ຫຼາຍ ກາຍເປັນສິນຄ້າສົ່ງອອກຕ່າງເມືອງ ແລະ ຕ່າງແຂວງ.
ວັນທີ 9 ກໍລະກົດ 2020 ພະແນກກະສິກໍໍາ ແລະ ປ່າໄມ້ແຂວງ ບໍລິຄຳໄຊ ໄດ້ມອບອຸປະກອນຮັບໃຊ້ການຜະລິດກະສິກໍາ ໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າພະບາດ ເຊີ່ງເຄື່ອງທີ່ນໍາມາມອບ ມີ: ເຄື່ອງພວນດິນ 1 ເຄື່ອງ, ຜ້າຢ່າງມຸງ 6 ກໍ້ ລວມມູນຄ່າທັງໝົດ 58.667.000 ກີບ ມອບໂດຍ ທ່ານ ສາຍຄໍາ ກຸນນະວົງ ຮອງພະແນກກະສິກໍາ ແລະ ປ່າໄມ້ ແຂວງ ພ້ອມດ້ວຍຄະນະ ແລະ ຕາງໜ້າຮັບ ທ່ານ ສົມສະນິດ ປະເສີດສິດ ຄະນະຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຊ້ອງໜ້າ ທ່ານ ຄໍາຜິວ ໄຊຍະນາສີ ຫົວໜ້າຫ້ອງວ່າການປົກຄອງເມືອງທ່າພະບາດ ພ້ອມດ້ວຍ ພະນັກງານຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ.
ທ່ານ ສາຍຄໍາ ກຸນນະວົງ ໄດ້ກ່າວວ່ າເຄື່ອງທີ່ນໍາມາມອບໃນຄັ້ງນີ້ ແມ່ນມີເປົ້າໝາຍເອົາໄປນໍາໃຊ້ໃຫ້ຖືກຕ້ອງ ແລະ ສອດຄອງກັບຕົວຈິງ ພ້ອມທັງໃຫ້ຖືກລະດູການ ທັງນີ້ ກໍເພື່ອເປັນການຍົກລະດັບຂີດຄວາມສາມາດໃນການຜະລິດ ເພື່ອໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍທີ່ວາງໄວ້.









Users Today : 1260
Users Yesterday : 3846
This Month : 52831
This Year : 408744
Total Users : 1168196
Who's Online : 18