
ໃນວັນທີ 14 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປິດພິທີ ບໍລິຈາກເລືອດແບບສະໝັກໃຈ ເນື່ອງໃນໂອກາດວັນຜູ້ບໍລິຈາກເລຶອດໂລກ 14 ມິຖຸນາ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງ ບໍລິຄຳໄຊ, ມີພະນັກງານວິຊາການ ຕະຫຼອດອຳນາດການປົກຄອງຂອງບ້ານ ແລະ ຜູ້ບໍລິຈາກເລືອດ ເຂົ່າຮ່ວມ.

ການບໍລິຈາກເລຶອດແບບສະໜັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ ມີຜູ້ບໍລິຈາກເລືອດໃນຄັ້ງນີ້ ທັງໝົດ 16 ຄົນ, ຍິງ 6 ຄົນ ແລະ ໄດ້ຮັບເລືອດ ທັງໜົດ 16 ຖົງ, ໃນການຈັດກິດຈະກໍາ ບໍລິຈາກເລຶອດແບບສະໝັກໃຈໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການຂ່ຳຮັບຕ้ອນ ວັນຜູ້ບໍລີຈາກເລືອດໂລກ 14 ມິຖຸນາ, ທັງເປັນການກຽມພ້ອມໃນການຕອບສະໜອງເລືອດ ເພື່ອຊ່ວຍເຫຼືອກອບກູ້ ເອົາຊີວິດຂອງຄົນເຈັບ ທີ່ຕ້ອງການເລືອດ ເຊີ່ງໃນການບໍລິຈາກເລືອດໃນຄັ້ງນີ້ ພາຍໃຕ້ຄຳຂວັນ ທີ່ວ່າ ບໍລິຈາກເລຶອດແມ່ນພະລັງແຮງຄວາມສະມັກຄີ ມາຮ່ວມກັນບໍລິຈາກເລືອດເພື່ອຊ່ວຍຊີວິດ 14 ມີຖຸນາ 2022.









Users Today : 1354
Users Yesterday : 3846
This Month : 52925
This Year : 408838
Total Users : 1168290
Who's Online : 22