
ໃນວັນທີ 10 ກຸມພາ 2021 ນີ້ຜູ້ສະໝັກສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ປະຈຳເຂດເລືອກຕັ້ງເມືອງບໍລິຄັນ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງຢູ່ ຈໍ 621 ແລະ ງໍ 615 ເຊີ່ງນຳພາໂດຍ ທ່ານ ນາງ ວາລີ ສຸດທະວົງ ຜູ້ຮັບສະໝັກເລືອກຕັ້ງ ນຳເບີ 1, ທ່ານ ຄົວເຮີ່ ໄຟເຊ່ຍ ນຳເບີ 2, ທ່ານ ສະພັງທອງ ພົມມະຈັກ ນຳເບີ 3, ທ່ານ ນາງ ພິດສະໄໜ ແກ້ວວິເສດ ນຳເບີ 4, ທ່ານ ວິລັດ ສຸມີໄຊ ນຳເບີ 5, ທ່ານ ດຣ ກົງວຽງ ພັນທະວົງສາ ນຳເບີ6. ໂດຍມີຄະນະພັກຄະນະບັນຊາ ທັງສອງກອງພັນ, ນາຍ ແລະ ພົນທະຫານເຂົ້າຮ່ວມ.

ການລົງຫາສຽງຄັ້ງນີ້ ຄະນະຜູ້ແທນໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດການກະກຽມຄວາມພ້ອມໃນການປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ຈາກຄະນະຮັບຜິດຊອບການປ່ອນບັດເລືອກຕັ້ງ ພ້ອມດຽວກັນນັ້ນຜູ້ສະໝັກເລືອກຕັ້ງ ສສຂ ໄດ້ຂື້ນສະເໜີຕົນເອງ ແລະ ຜ່ານປະຫວັດໃນການເຄື່ອນໄຫວໃນໄລຍະຜ່ານມາຂອງຕົນເອງ, ພ້ອມເນັ້ນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈສິດພາລະບົດບາດຂອງ ສສຊ ແລະ ສສຂ ເຊີ່ງເປັນຕົວແທນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອເປັນການປົກປ້ອງສິດແລະຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ ໃນການແກ້ໄຂບັນາຕ່າງໆໃຫ້ເປັນຮູບປະທຳ, ການສ້າງສາພັດທະນາເສດຖະກິດສັງຄົມໃຫ້ມີຄວາມຈະເລີນຂື້ນເປັນກ້າວໆ.








Users Today : 1260
Users Yesterday : 3846
This Month : 52831
This Year : 408744
Total Users : 1168196
Who's Online : 19