
ພິທີ ປະກາດພະນັກງານຜູ້ທີ່ມີເງື່ອນໄຂພັກຜ່ອນເຂົ້າຮັບບຳນານໃນຂົງເຂດສຶກສາ ທົ່ວເມືອງ ທ່າພະບາດ ແຂວງບໍລິຄຳໄຊ ຈັດຂື້ນໃນວັນທີ 11 ກັນຍາ 2020 ຢູ່ທີ່ຫ້ອງວ່າການປົກຄອງເມືອງ, ມີຜູ້ເຂົ້າທັງໝົດ 105 ຄົນ, ຍິງ 67 ຄົນ, ໂດຍການເຂົ້າຮ່ວມຂອງທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງ ທ່າພະບາດ, ມີຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານຄູອາຈານ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 3664 /ສສກ, ລົງວັນທີ 19 ສິງຫາ 2020 ວ່າດ້ວຍການອະນຸມັດອອກພັກການ ເພື່ອຮັບອຸດໜູນບຳນານ ຈຳນວນ 11 ທ່ານ, ຍິງ 1 ທ່ານ.
ໃນຕອນທ້າຍພິທີ ທ່ານຮອງເຈົ້າເມືອງ ກໍ່ໄດ້ມີທັດສະນະຊີ້ນໍາໂອ້ລົມ ເຊີ່ງກ່ອນອື່ນ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຜ່ານມາຂອງແຕ່ລະສະຫາຍທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ, ນໍາພາຊຸກຍູ້ໃນການຈັດຕັ້ງວຽກງານ ໃນຂອບເຂດຂອງຕົນຮັບຜິດຊອບຢ່າງຖືກຕ້ອງ ແລະ ປະກົດຜົນເປັນຈິງ ແລະ ທ່ານກໍ່ໄດ້ຕາງໜ້າການນຳພັກ – ລັດ ກ່າວຂອບໃຈບັນດາທ່ານ ທີ່ໄດ້ສະຫລະເຫື່ອແຮງ ສະຕິປັນຍາ ເຂົ້າໃນວຽກງານ ຈົນສຸດກົກສຸດປາຍ ຈົນກາຍເປັນແວ່ນແຍງ ແລະ ແບບຢ່າງທີ່ດີໃຫ້ແກ່ລູກຫລານ ແລະ ຜູ້ສືບທອດ.









Users Today : 1975
Users Yesterday : 2446
This Month : 23439
This Year : 433970
Total Users : 1193422
Who's Online : 12