
ພິທີປະກາດການແຕ່ງຕັ້ງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ກໍລະກົດ 2020 ຢູ່ຫ້ອງປະຊຸມພະແນກ ຍທຂ ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 418/ຂບຊ, ລົງວັນທີ 21 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ວິໄຊ ພູມີ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ.
ຈາກນັ້ນ ທ່ານ ປອ ສຸວັນນີ ໄຊຊະນະ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະພະແນກ ຕ້ອງໄດ້ເອົາໃຈໃສ່ສຶກສາການເມືອງແນວຄິດເປັນກົກ ຍົກສູງສະຕິເປັນເຈົ້າຕົນເອງ, ຍົກບົດບາດການນຳພາ, ຄວາມເປັນແບບຢ່າງ ໃນທຸກຂົງເຂດວຽກງານ ເອົາການສຶກສາອົບຮົມໃຫ້ແກ່ພະນັກງານຢ່າງເປັນປົກກະຕິ, ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນເອກະພາບທົ່ວຂົງເຂດໂຍທາທິການ ແລະ ຂົນສົ່ງ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ພ້ອມກັນນັ້ນ ເອົາໃຈໃສ່ຊີ້ນຳວຽກງານວິຊາສະເພາະຢ່າງໃກ້ສິດ, ເຮັດໃຫ້ວຽກວິຊາສະເພາະມີຄວາມຖືກຕ້ອງ ແລະ ທັງຮັບປະກັນໄດ້ທາງດ້ານຄຸນນະພາບ.










Users Today : 390
Users Yesterday : 1452
This Month : 1842
This Year : 248018
Total Users : 1007470
Who's Online : 13