
ພິທີປະກາດ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 28 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຫ້ອງການດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ມີທ່ານ ສ້ອຍມະນີ ຈັນເນັ່ງປາວ ຄະນະປະຈຳພັກເມືອງ, ປະທານກວດກາພັກ – ລັດເມືອງ, ມີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຂະແໜງການຂັ້ນແຂວງ ພ້ອມດ້ວຍ ຫົວໜ້າ, ຄະນະ ແລະ ພະນັກງານລັດຖະກອນພາຍໃນຫ້ອງການ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງໄຊຈຳພອນ ສະບັບເລກທີ 028 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໄຊຈຳພອນ, ໂດຍໄດ້ແຕ່ງຕັ້ງທ່ານ ວັນນະເລດ ໂອພາໂສ ຫົວໜ້າໜ່ວຍງານວັດທະນະທຳ ຂື້ນເປັນຮອງຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ.
ການແຕ່ງຕັ້ງຄັ້ງນີ້ ກໍ່ເພື່ອແນ່ໃສ່ເຮັດໃຫ້ກົງຈັກການຈັດຕັ້ງຂັ້ນຕ່າງໆ ມີຄວາມໜັກແໜ້ນ ເຂັ້ມແຂງ ມີແບບແຜນການເຮັດວຽກ ທີ່ກ້າວໜ້າ ແນ່ໃສ່ເຮັດໜ້າທີ່ການເມືອງຂອງພັກ – ລັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ກໍ່ຄືການຊີ້ນາ – ນຳພາຢູ່ຂັ້ນເມືອງ ໃຫ້ມີຄວາມສອດຄອ່ງ ທັງເປັນການຍົກສູງຄວາມຮູ້, ຄວາມສາມາດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງພັກ ເພື່ອພ້ອມກັນພັດທະນາກົມກອງຫ້ອງການ ໃຫ້ມີຄວາມກ້າວໜ້າຂື້ນເປັນກ້າວໆ.








Users Today : 1260
Users Yesterday : 3846
This Month : 52831
This Year : 408744
Total Users : 1168196
Who's Online : 18