
ຕອນເຊົ້າ ວັນທີ 26 ກຸມພາ 2021 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ມອບລົດດັບເພີງ ຈໍານວນ 01 ຄັນ ໃຫ້ແກ່ກອງບັນຊາການ ປກສ ເມືອງ ໄຊຈໍາພອນ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ, ເປັນກຽດກ່າວມອບໂດຍ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ກ່າວຮັບໂດຍ ທ່ານ ພັນຕີ ສີພັນດອນ ເພັດວົງແສງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄຊຈໍາພອນ, ມີພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ກ່າວວ່າ: ລົດດັບເພີງຄັນດັ່ງກ່າວ ທີ່ນໍາມາມອບໃຫ້ ປກສ ເມືອງ ໄຊຈໍາພອນ ໃນຄັ້ງນີ້້, ເປັນລົດຍີ່ຫໍ້ ອີຊູຊຸ ( ISUZU ), ຂະໜາດບັນຈຸນໍ້າໄດ້ 3,000 ລິດ, ເຊິ່ງໄດ້ຮັບມາຈາກກະຊວງປ້ອງກັນຄວາມສະຫົງບ, ເພື່ອນໍາໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນນໍາໃຊ້ເຂົ້າໃນການດັບມອດໄຟ ໃນເວລາເກີດເຫດອັກຄີໄພໄຟ້ໄໝ້ໃຫ້ທັນສະພາບການ, ເພື່ອປົກປັກຮັກສາຊັບສິນ, ຊີວິດ, ຂອງລັດ, ລວມໝູ່ ແລະ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ.
ໃນໂອກາດດັ່ງກ່າວ ທ່ານ ພັນຕີ ສີພັນດອນ ເພັດວົງແສງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄຊຈໍາພອນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ກໍ່ຄືຄະນະພັກ, ຄະນະບັນຊາທຸກຂັ້ນທີ່ໄດ້ນໍາເອົາລົດດັບເພີງມາມອບໃຫ້ ປກສ ເມືອງ ໄຊຈໍາພອນ ໃນຄັ້ງນີ້ ເຊິ່ງພວກເຮົາຈະເອົາໃຈໃສ່ປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບປະໂຫຍດສູງສຸດ.







Users Today : 607
Users Yesterday : 1356
This Month : 34494
This Year : 390407
Total Users : 1149859
Who's Online : 6