

ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຶກສາຄວາມເປັນໄດ້ໃນການພັດທະນາແຫຼ່ງທ່ອງທ່ຽວ ຕາດຕົ້ນແຕນ ແບບອະນຸລັກທຳມະຊາດ ຕິດພັນກັບປ່າສະຫງວນພູງູ ຢູ່ເຂດບ້ານໂພນມຸງຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 03 ກໍລະກົດ 2020 ຢູ່ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍທ່ານ ສົມສັກ ໄຊຍະວົງ ປະທານບໍລິສັດ ສົມຈັນກໍ່ສ້າງ ຈໍາກັດຜູ້ດຽວ ຊ້ອງໜ້າໂດຍທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການກ່ຽວຂ້ອງ, ຮອງເຈົ້າເມືອງ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ສົມຈັນກໍ່ສ້າງ ຈຳກັດຜູ້ດຽວ ມີຈຸດປະສົງຢາກສຶກສາຄວາມເປັນໄປໄດ້ລະອຽດ ໂດຍສະເພາະແມ່ນການຂຽນບົດວິພາກເສດຖະກິດເຕັກນິກ ການສຶກສາຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ການສຶກສາລະອຽດດ້ານເນື້ອທີ່ດິນທີ່ຕ້ອງການສຳປະທານ ເພື່ອດຳເນີນກິດຈະການທ່ອງທ່ຽວແບບອະນຸລັກທຳມະຊາດ ທັງນີ້ກໍ່ເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ປະຊາຊົນ, ຝ່າຍລັດ ແລະ ຝ່າຍບໍລິສັດເອງ ແລະ ບໍລິສັດກໍ່ມີຄວາມພ້ອມທີ່ຈະຈັດຕັ້ງປະຕິບັດໂຄງການນີ້ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍຢ່າງເຂັ້ມງວດ.








Users Today : 1891
Users Yesterday : 1706
This Month : 19640
This Year : 318325
Total Users : 1077777
Who's Online : 50