
ພິທີເຊັນສັນຍາ ຮັບເໝົາກໍ່ສ້າງໂຄງການສືບຕໍ່ກໍ່ສ້າງອາຄານ ແລະ ສາງພະແນກຍຸຕິທໍາແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 9 ມີນາ 2021 ຢູ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄໍາໄຊ ເຊັນໂດຍ ທ່ານ ປອ ນາງ ວິໄລ ພິລາວົງ ຮັກສາການຫົວໜ້າພະແນກຍຸຕິທຳ ແຂວງບໍລິຄຳໄຊ, ຕາງໜ້າບໍລິສັດຜູ້ຮັບເໝົາ ເຊັນໂດຍ ທ່ານ ສີຄຳ ວິທະຍາ ຫົວໜ້າບໍລິສັດ ສີຄຳຈະເລີນ ຈຳກັດຜູ້ດຽວ ຊ້ອງໜ້າໂດຍທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ມີກຳມະການພັກແຂວງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການສືບຕໍ່ກໍ່ສ້າງອາຄານ ແລະ ສາງພະແນກຍຸຕິທໍາແຂວງ ຕັ້ງຢູ່ບ້ານຫົງໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ເປັນອາຄານ 2 ຊັ້ນ ຂະໜາດ 45 x 16 ແມັດ ໃນນັ້ນ ປະກອບມີສາງເກັບມ້ຽນຂອງກາງຄະດີ ຂະໜາດ 6 x 12 ແມັດ ຊັ້ນດຽວ ແລະ ປະກອບເຄື່ອງເຟີນີເຈີຮັບໃຊ້ຫ້ອງການ ລວມມູນຄ່າທັງໝົດ 5.770.729.000 ກີບ, ມູນຄ່າດັ່ງກ່າວ ແມ່ນລວມທັງຄ່າວັດສະດຸນຳເຂົ້າຈາກຕ່າງປະເທດ, ຄ່າແຮງງານ, ຄ່າບໍລິການ ແລະ ຄ່າອື່ນໆຕາມໃບຄິດໄລ່ ແລະ ຈະໃຫ້ສຳເລັດພາຍໃນ 15 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.









Users Today : 651
Users Yesterday : 1356
This Month : 34538
This Year : 390451
Total Users : 1149903
Who's Online : 6