
ພິທີເຊັນສັນຍາສຳປະທານໂຄງການປູກພືດ ແລະ ລ້ຽງສັດທີ່ເປັນຢາ ຢູ່ເຂດບ້ານປາກເຫືອງ ໄດ້ຈັດຂຶ້ນໃນວັນທີ 31 ຕຸລາ 2020 ຢູ່ໂຮງແຮມດອກຈໍາປາ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ນາງ ສຸນິຕາ ບຸບຜາວັນ ປະທານບໍລິສັດບຸບຜາຄູນຊັບ ຈຳກັດຜູ້ດຽວ ຊ້ອງໜ້າການນຳຂອງແຂວງ, ຂອງເມືອງ, ຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ບຸບຜາຄູນຊັບ ຈຳກັດຜູ້ດຽວ ແມ່ນມີຄວາມຕ້ອງການສຳປະທານໂຄງການປູກພືດ ແລະ ລ້ຽງສັດທີ່ເປັນຢາ ຢູ່ເຂດບ້ານປາກເຫືອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໃນເນື້ອທີ່ 100 ເຮັກຕ່າ, ໄລຍະເວລາ 30 ປີ. ໂດຍທາງບໍລິສັດ ໄດ້ມີແຜນປູກພືດເປັນຢາຫຼາຍຊະນິດ ເຊັ່ນ: ຂີງດຳ, ຢາຫົວ, ຂີ້ໝີ້ນຂຶ້ນ, ຫວ້ານລາຍ, ເຄືອເຂົາຮໍ, ຟ້າທະລາຍໂຈນ, ສີໄຄຕົ້ນ, ເຄືອແຮ່ມ ແລະ ອື່ນໆ, ສຳລັບແຜນລ້ຽງສັດ ແມ່ນມີຂີ້ເຂັບ, ງູພິດ, ກັບແກ້, ກວາງດາວ, ລີ່ນ ແລະ ແຂ້ ເພື່ອສະໜອງໃຫ້ຕະຫຼາດພາຍໃນປະເທດ ແລະ ເປັນສິນຄ້າສົ່ງອອກ.









Users Today : 1256
Users Yesterday : 3846
This Month : 52827
This Year : 408740
Total Users : 1168192
Who's Online : 21