
ເພື່ອເປັນການປະກອບສ່ວນ ໃນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ທີ່ໄດ້ສຳເລັດລົງຢ່າງຈົບງາມ ໃນທ້າຍເດືອນກັນຍາທີ່ຜ່ານມາ ໃນຕອນບ່າຍຂອງວັນທີ 23 ຕຸລາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ພິເສດສຸດ ຄະເຊນສຸລະພັນ ຮອງຜູ້ອຳນວຍການຝ່າຍກໍ່ສ້າງ ບໍລິສັດເຂື່ອນໄຟຟ້ານ້ຳເທີນ 1 ໄດ້ນໍາເງິນຈຳນວນ 100 ລ້ານກີບ ມາມອບໃຫ້ແຂວງບໍລິຄໍາໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໂດຍຄະນະຫ້ອງວ່າການແຂວງ ແລະ ບໍລິສັດ ເຂົ້າຮ່ວມເປັນສັກຂີພິຍານ.

ພ້ອມນັ້ນ ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຢັ້ງຢືນຕໍ່ຜົນງານຄວາມດີຂອງບໍລິສັດ ແຂວງບໍລິຄຳໄຊ ຍັງໄດ້ມອບໃບກຽດຕິຄຸນ ໃຫ້ບໍລິສັດດັ່ງກ່າວ ທີ່ມີຜົນງານດີເດັ່ນປະກອບສ່ວນຊຸກຍູ້ຊົມເຊີຍ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊໃນຄັ້ງນີ້ ໃຫ້ກຽດມອບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ.









Users Today : 1333
Users Yesterday : 3846
This Month : 52904
This Year : 408817
Total Users : 1168269
Who's Online : 25