
ໂດຍປະຕິບັດຕາມຂໍ້ຕົກລົງ ຂອງເຈົ້າແຂວງບໍລິຄຳໄຊ ເລກທີ 828/ຂບຊ, ລົງວັນທີ 28 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງຮອງເຈົ້າແຂວງບໍລິຄຳໄຊ, ໃນວັນທີ 7 ມັງກອນ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດພິທີມອບ-ຮັບ ແບ່ງໜ້າທີ່ວຽກງານ ລະຫວ່າງ ທ່ານ ບຸນເສັງ ປະທຳມະວົງ ແລະ ທ່ານ ຄຳແຫວນ ປັນຍານຸວົງ ຂຶ້ນ ໂດຍຊ້ອງໜ້າທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ເພື່ອເປັນການປັບປຸງກົງຈັກການບໍລິຫານລັດ ໃຫ້ມີຄວາມຄ່ອງຕົວ ແລະ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ ເຈົ້າແຂວງບໍລິຄຳໄຊ ຕົກລົງແຕ່ງຕັ້ງ ທ່ານ ບຸນເສັງ ປະທຳມະວົງ ເປັນຮອງເຈົ້າແຂວງ ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ແຕ່ງຕັ້ງ ທ່ານ ຄຳແຫວນ ປັນຍານຸວົງ ເປັນຮອງເຈົ້າແຂວງ ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ການປົກຄອງ.







Users Today : 293
Users Yesterday : 1666
This Month : 25188
This Year : 185385
Total Users : 944837
Who's Online : 6