
ຊຸດຝຶກອົບຮົມຫຼັກສູດພື້ນຖານອາຊີບ ດ້ານການບໍລິການ ແລະ ການທ່ອງທ່ຽວ ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2022 ຢູ່ກອງຝຶກອົບຮົມສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ພະແນກ ຖວທ ແຂວງ ເຂົ້າຮ່ວມໂດຍ ທ່ານ ຂັນທອງ ພົມມະລາດ ຫົວໜ້າກອງຝຶກອົບຮົມສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ມີວິທະຍາກອນຈາກສູນຝຶກອົບຮົມ ແລະ ສຳມະນາກອນ ທີ່ມາຈາກຜູ້ປະກອບການເຮືອນພັກ, ໂຮງແຮມ ແລະ ຮ້ານອາຫານ ພາຍໃນເມືອງ ປາກຊັນເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບການຝຶກ ໃນຫຼາຍຫົວຂໍ້ທີ່ສຳຄັນໃນການໃຫ້ບໍລິການ ເປັນຕົ້ນແມ່ນສຸຂະອານາໄມຕົນເອງ, ການນຸ່ງຖື, ເຕັກນິກດ້ານການບໍລິການ, ຈັນຍາບັນໃນການເຮັດວຽກ, ການກະກຽມອຸປະກອນການບໍລິການອາຫານ ແລະ ເຄື່ອງດື່ມ, ການກະກຽມໂຕະອາຫານສຳລັບອາຫານເຊົ້າ ແລະ ຄ່ຳ, ການຖືຖາດອາຫານທີ່ຖືກວິທີ, ຂັ້ນຕອນການຮັບລາຍການອາຫານ ແລະ ເຄື່ອງດື່ມ, ການເສີບເຄື່ອງດື່ມທົ່ວໄປ, ເສີບອາການ ແລະ ການເກັບມ້ຽນໂຕະ.

ການຝຶກອົບຮົມໄດ້ດຳເນີນມາເປັນວາລາ 1 ວັນເຕັມ ໂດຍໄດ້ມີການປະຕິບັດຕົວຈິງຢູ່ທີ່ຮ້ານອາຫານຂ້ອຍເອງ ບ້ານຫົງໄຊ ເມືອງປາຊັນ, ພ້ອມທັງໄດ້ມີການຕິດຕາມ, ປະເມີນຜົນການຮຽນ-ການສອນຢ່າງໃກ້ຊິດ ໃຫ້ໄດ້ຮັບທັງປະລິມານ ແລະ ຄຸນນະພາບ.








Users Today : 273
Users Yesterday : 1356
This Month : 34160
This Year : 390073
Total Users : 1149525
Who's Online : 6