
ໃນຕອນເຊົ້ານຂອງວັນທີ 9 ມິຖຸນາ 2013 ຢູ່ຫ້ອງວ່າການເມືອງບໍລິຄັນ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ນໍາໂທລະໂຄ່ງ ຈໍານວນ 9 ຊຸດ ໄປມອບໃຫ້ເມືອງບໍລິຄັນ ໃຫ້ກຽດມອບໂດຍທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ ແລະ ຮັບໂດຍ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ຊ້ອງໜ້າໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປາທານສະພາປະຊາຊົນແຂວງບໍລິຄຳໄຊ ມີຄະນະພະແນກ ຖວທ, ການນໍາຂອງເມືອງ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຫຼັງຈາກນັ້ນ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ຍັງໄດ້ມອບໂທລະໂຄງຈໍານວນດັ່ງກ່າວໃຫ້ແກ່ບ້ານເປົ້າໝາຍ ຄື: ບ້ານໂພນມຸງຄຸນ, ຫ້ວຍຄູນ, ຊົມຊື່ນ, ນາລ້ອງ, ທ່າສີ, ຫົວນາ, ໂພນສະຫວາດ, ປາກເຫືອງ ແລະ ບ້ານວັດທາດ.









Users Today : 1146
Users Yesterday : 3846
This Month : 52717
This Year : 408630
Total Users : 1168082
Who's Online : 18