
ເພື່ອເປັນການປະກອບສ່ວນຊຸກຍູ້ນັກກິລາສີພາຍເຮືອຊ່ວງ ກອງບັນຊາການທະຫານເມືອງວຽງທອງ ໃນວັນທີ 10 ຕຸລາ 2022 ທີ່ກອງບັນຊາການທະຫານເມືອງວຽງທອງ ໄດ້ມີພິທີມອບ-ຮັບເຄື່ອງກິລາຈາກນັກທຸລະກິດໜຸ່ມເມືອງວຽງທອງ ໂດຍຮັບຈາກ ທ່ານ ສົມດີ ແກ້ວມຸນມີ ຈຳນວນ 16 ຊຸດ ມູນຄ່າ 800.000 ກີບ, ທ່ານ ສໍ ພົມມີຈ໋າຍ 10 ຊຸດ ມູນຄ່າ 500.000 ກີບ, ທ່ານ ແປ້ນ ໄຊຍະພົນ ຈຳນວນ 10 ຊຸດ ມູນຄ່າ 500.000 ກີບ, ທ່ານ ອຳພອນ ສີບຸນເຮືອງ 8 ຊຸດ 400.000 ກີບ, ທ່ານ ພູວັນ ສິດທິພອນ 6 ຊຸດ ມູນຄ່າ 300.000 ກີບ, ຕາງໜ້າມອບໂດຍ ທ່ານ ສໍ ພົມມີຈ໋າຍ ແລະ ທ່ານ ພູວັນ ສິທິພອນ, ກ່າວຮັບໂດຍ ທ່ານ ພັທ ເສດຟອງ ສີສະເກດ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງວຽງທອງ, ມີຫົວໜ້າພະແນກ, ຫົວໜ້າຂະແໜງການ ເຂົ້າຮ່ວມເປັນສັກຂີພິຍານອີກດ້ວຍ.








Users Today : 274
Users Yesterday : 1356
This Month : 34161
This Year : 390074
Total Users : 1149526
Who's Online : 7