
ໃນວັນທີ 16 ກຸມພາ 2023 ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າພະບາດ ໄດ້ລົງເຄື່ອນໄຫວເຜີຍແຜ່ບັນດານິຕິກໍາຕ່າງ ໃນການຄຸ້ມຄອງຊັບພະຍາກອນປ່າໄມ້ ໃຫ້ປະຊາຊົນບ້ານ ຫາດໄຄ້ ເປັນກຽດເຂົ້າຮ່ວມ ຂອງທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ, ມີພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫ້ອງການ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ເອກະສານນນໍາມາເຜີຍແຜ່ ປະກອບມີແຈ້ງການ ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ ສະບັບເລກທີ 859/ກກປຂ ໃຫ້ເພີ່ມທະວີຄວາມເຂັ້ມງວດ ໃນການກວດກາຕິດຕາມ, ດໍາເນີນຄະດີຕໍ່ຜູ້ລັກລອບຂຸດຄົ້ນ, ເຄື່ອນຍ້າຍ, ການຊື້ – ຂາຍ ແລະ ມີໄວ້ໃນຄອບຄອງຊັບພະຍາກອນປ່າໄມ້, ແຈ້ງການ ຂອງເຈົ້າເມືອງທ່າພະບາດ ສະບັບເລກທີ 75/ຫວມ ໃຫ້ຕິດຕາມເຝົ້າລະວັງ, ການຖາງປ່າ ແລະ ຈູດປ່າແບບຊະຊາຍ, ຂໍ້ຕົກລົງ ທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ສະກັດກັ້ນ, ປ້ອງກັນ, ແກ້ໄຂ ໄຟໄໝ້ລາມປ່າ ປະຈໍາປີ 2023 ແລະ ກົດໝາຍ ວ່າດ້ວຍປ່າໄມ້ ສະບັບປັບປຸງ ເລກທີ 64/ສພຊ ລົງວັນທີ 13 ມິຖຸນາ 2019.

ທັງນີ້ກໍ່ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບຽບ, ກົດໝາຍ ປະກອບສ່ວນພັນທະເປັນເຈົ້າການໃນການຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍ ແລະ ມີຄຸນນະພາບ ແນໃສ່ຮັບປະກັນການປົກປັກຮັກສາຄຸນະພາບຂອງດິນ, ອາກາດ, ແຫຼ່ງນໍ້າ, ຊີວະນາໆພັນ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.







Users Today : 1490
Users Yesterday : 3846
This Month : 53061
This Year : 408974
Total Users : 1168426
Who's Online : 28