
ໃນຕອນບ່າຍຂອງວັນທີ 4 ພະຈິກ 2022 ຢູ່ຫ້ອງວ່າການປົກຄອງເມືອງ ທ່າພະບາດ ໄດ້ມຈັດພິທີ ປະກາດບົ່ງຕົວແຕ່ງຕັ້ງຄະນະປະຈໍາພັກເມືອງ ແລະ ກໍາມະການພັກເມືອງ ທ່າພະບາດ ໂດຍການເປັນປະທານຂອງ ສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ສົມສົດ ແສງອາພອນ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ທ່າພະບາດ, ບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຄະນະໜ່ວຍພັກ ສະມາຊິກພັກ ອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 433/ຄປພຂ ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກເມືອງ ທ່າພະບາດ ເພີ່ມເຕີມ, ຜ່ານມະຕິຕົກລົງ ສະບັບເລກທີ 441/ຄປພຂ ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງກໍາມະການພັກເມືອງ, ໂດຍອີງຕາມ ກົດລະບຽບຂອງພັກ ປະຊາຊົນປະຕິວັດລາວ ສະໄໝທີ XI, ໝວດທີ II, ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ສິ້ນສຸດເປັນກໍາມະການຄະນະພັກ ແລະ ອີງຕາມ ການຄົ້ນຄວ້າເຫັນດີເປັນເອກະພາບໃນກອງປະຊຸມຄະນະປະຈໍາພັກແຂວງ ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ກອນ ຫຼວງພິທັກ ເປັນຄະນະປະຈໍາພັກເມືອງ, ແຕ່ງຕັ້ງ ສະຫາຍ ພັທ ກ້ອຍ ວົງສາມາດ ແລະ ສະຫາຍ ພັທ ສຸກສະຫວັນ ບຸບຜາພັນ ເປັນກໍາມະການພັກເມືອງ.









Users Today : 273
Users Yesterday : 1356
This Month : 34160
This Year : 390073
Total Users : 1149525
Who's Online : 6