
ເພື່ອແບ່ງເບົາຄວາມທຸກຈົນໃຫ້ແກ່ຄອບຄົວອະນາຖາ ໃນວັນທີ 11 ກັນຍາ 2020 ຊາວໝຸ່ມເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ສົບທົບກັນຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ອົງການກາແດງເມືອງ ໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ, ເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງໃຊ້ຄົວເຮືອນຈຳນວນໜື່ງ ມູນຄ່າ 4.500.000 ກີບ ໄປມອບໃຫ້ແກ່ຄອບຄົວທ້າວ ຈ່ອຍ ແລະ ນາງ ໄມນ້ອຍ, ຄອບຄົວດັ່ງກ່າວ ມີລູກນ້ອຍສອງຄົນ ທັງສອງຜົວເມຍແມ່ນພິການຂາ ເຮັດໃຫ້ການທຳມາຫາກິນ ມີຄວາມຫຍຸ່ງຍາກ, ເຄື່ອງຈຳນວນດັ່ງກ່າວ ແມ່ນໄດ້ລະດົມມາຈາກສະມາຊິກຊາວໝຸ່ມພາຍໃນເມືອງ, ຫ້າງຮ້ານ ແລະ ບໍລິສັດ.
ການໄປມອບເຄື່ອງໃນຄັ້ງນີ້ ແມ່ນໃຫ້ກຽດນຳທີມງານ ແລະ ກ່າວມອບເຄື່ອງໂດຍທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ຊ້ອງໜ້າບັນດາພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ ເປັນສັກຂີພະຍານ.









Users Today : 476
Users Yesterday : 1356
This Month : 34363
This Year : 390276
Total Users : 1149728
Who's Online : 9