

ຕອນບ່າຍວັນທີ 13 ພະຈິກ 2020 ຜ່ານມາ ຊາວໜຸ່ມກອງບັນຊາການ ປກສ ແຂວງບໍລິຄຳໄຊ ແລະ ຊາວໜຸ່ມ ທະຫານແຂວງບໍລິຄຳໄຊ ໄດ້ຈັດການແຂ່ງຂັນກິລາມິດຕະພາບຂຶ້ນ ຢູ່ທີ່ສະໜາມກິລາທະຫານແຂວງ, ຝ່າຍກອງບັນຊາການ ປກສ ແຂວງ ນຳພາໂດຍ ສະຫາຍ ພັທ ກອງລະສັກ ສີສຸກລາດ, ເລຂາຮາກຖານຊາວໜຸ່ມກອງບັນຊາການ ປກສ ແຂວງ, ຝ່າຍກອງບັນຊາການທະຫານແຂວງ ນໍາພາໂດຍສະຫາຍ ພັທ ບົວທອງ ເພຍແກ້ວ ເລຂາຮາກຖານຊາວໜຸ່ມ ກອງບັນຊາການທະຫານແຂວງພ້ອມດ້ວນນັກກິລາທັງສອງຝ່າຍເຂົ້າຮ່ວມ.

ການແຂ່ງຂັນກິລາໃນຄັ້ງນີ້ມີ 2 ປະເພດກິລາຄື ບານສົ່ງຊາຍ, ກິລາບານເຕະຊາຍ ມີຄະນະພັກຄະນະກອງບັນຊາ ກອງບັນຊາການການທະຫານແຂວງພ້ອມດ້ວຍນາຍແລະ ພົນທະຫານ, ນາຍແລະພົນຕຳຫຼວດເຂົ້າຮ່ວມຊົມຮ່ວມເຊຍ.

ຜ່ານການແຂ່ງຂັນທ່າມກາງຜູ້ຮ່ວມຊົມຮ່ວມເຊຍຂ້າງສະໜາມຢ່າງຟົດຟື້ນ ແລະ ມີບັນຍາກາດຄຶກຄື້ນມ່ວນຊື່ນ ການແຂ່ງຂັນກິລາທັງສອງປະເພດຈົນຮອດເວລາສຸດທ້າຍປະເພດບານສົ່ງຊາຍ ທີມ ປກສ ເອົາຊະນະ ປກຊ ໄດ້ ດ້ວຍຄະແນນ 2 ຕໍ່ 1 ເຊັດ ສ່ວນກິລາບານເຕະກໍ່ແມ່ນ ທີມ ປກສ ເອົາຊະນະ ປກຊ ດ້ວຍຄະແນນ 4 ປະຕູຕໍ່ 0.








Users Today : 273
Users Yesterday : 1356
This Month : 34160
This Year : 390073
Total Users : 1149525
Who's Online : 6