
ໃນວັນທີ 31 ພຶດສະພາ 2021 ຢູເດີ່ນຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດກິດຈະກໍາປູກຕົ້ນໄມ້ຂຶ້ນ ນຳພາຂະບວນໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໂດຍມີຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ພະນັກງານພາຍໃນຫ້ອງການ ເຂົ້າຮ່ວມ.
ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນປະເພດຕົ້ນໄມ້ກິນໝາກ ເຊັ່ນ: ຕົ້ນໝາກມ່ວງ, ລຳໄຍ, ລຳມຸດ ແລະ ຕົ້ນອະໂວຄາໂດ່.
ກິດຈະກໍາຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ໃຫ້ເປັນຂະບວນຟົດຟື້ນ, ພ້ອມນັ້ນ ຍັງເປັນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ໃຫ້ເປັນຮູບປະທໍາ ແລະ ເປັນການຟື້ນຟູທໍາມະຊາດໃຫ້ເປັນສີຂຽວ ເພື່ອອະນຸລັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງຕະຫຼອດໄປ.











Users Today : 804
Users Yesterday : 1815
This Month : 24166
This Year : 322851
Total Users : 1082303
Who's Online : 20