
ເພື່ອເປັນການຊ່ວຍເຫຼືອບັນເທົາທຸກຂອງພໍ່ແມ່ປະຊາຊົນ ທີ່ຍັງເປັນຄອບຄົວອານາຖາ, ທຸກຍາກ, ຂາດເຂີນ ເພື່ອເຮັດໃຫ້ການເປັນຢູ່ຂອງພໍ່ແມ່ປະຊາຊົນນັ້ນ ມີຊີວິດທີ່ດີຂຶ້ນກວ່າເກົ່າ ໃນວັນທີ 5 ພະຈິກ 2020 ອົງການຈັດຕັ້ງຊາວໝຸ່ມບ້ານສີວິໄລ, ເມືອງປາກຊັນ ແຂວງບໍລິຄຳໄຊ ສົມທົບກັບຫຼາຍພາກສ່ວນ ຫ້າງຮ້ານ ແລະ ສ່ວນບຸກຄົນ ໄດ້ຮ່ວມແຮງຮ່ວມໃຈກັນ ລະດົມທຶນ ແລະ ກຳລັງແຮງ ປຸກເຮືອນຢູ່ຊົ່ວຄາວ ພ້ອມທັງມອບເຄື່ອງນຸ່ງຫົ່ມ, ເຂົ້າສານ ອາຫານແຫ້ງ ແລະ ອຸປະກອນເຄື່ອງໃຊ້ຄົວເຮືອນ ເພື່ອຊ່ວຍເຫຼືອຄອບຄົວ ຂອງທ້າວ ຕູ້ ອາຍຸ 48 ປີ ແລະ ນາງ ວັງ ອາຍຸ 56 ປີ ມີລູກ 1 ຄົນ ເພດຊາຍ (ເຊິ່ງສະຕິ ແລະ ບຸກຄະລິກບໍ່ສົມປະກອບ).

ປະຈຸບັນ ຢູ່ໜ່ວຍ 40 ບ້ານ ສີວິໄລ, ເມືອງປາກຊັນ, ແຂວງບໍລິຄໍາໄຊ ເຊິ່ງຍັງເປັນຄອບຄົວອານາຖາ, ບໍ່ມີທີ່ຢູອາໃສ (ຢູ່ດິນພີ່ນ້ອງ) ຫາກິນຕາມທໍາມະຊາດ ແລະ ຮັບຈ້າງເຮັດວຽກທົ່ວໄປ ພໍໄດ້ລ້ຽງຊີວິດກຸ້ມມື້ກຸ້ມວັນ.











Users Today : 411
Users Yesterday : 1356
This Month : 34298
This Year : 390211
Total Users : 1149663
Who's Online : 6