
ໃນຕອນບ່າຍວັນທີ 19 ກໍລະກົດ 2021 ຢູ່ທີ່ສະໂມສອນດອກປີກໄກ່ ເມືອງປາກກະດິງ ແຂວງບໍລິຄຳໄຊ ( ສູນກັກກັນເຝົ້າລະວັງພະຍາດ ໂຄວິດ 19 ຂອງເມືອງ ) ໄດ້ມີພິທີມອບ ຕຽງນອນ 30 ໜ່ວຍ ທີ່ໄດ້ຮັບການບໍລິຈາກ-ຈາກຍາພໍ່ເກສີ ປະລິສຸດໂທ ເຈົ້າອະທິການວັດບ້ານວຽງຄຳ, ມອບໃຫ້ຄະນະສະເພາະກິດ ເມືອງປາກກະດິງ ເພື່ອກຽມຄວາມພ້ອມຮອງຮັບການນຳໃຊ້ ເຂົ້າໃນວຽກງານກັກກັນບຸກຄົນທີ່ເດີນທາງມາຈາກຕ່າງປະເທດ ແລະ ເຂດທີ່ມີຄວາມສ່ຽງ.
ເປັນກຽດມອບໂດຍທ່ານ ມັງ ສີບຸນເຮືອງ ຮອງນາຍບ້ານວຽງຄຳ ແລະ ເປັນກຽດຮັບໂດຍທ່ານ ຄຳພັນ ໄຊຍະລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຕາງໜ້າໃຫ້ຄະນະສະເພາະກິດຂັ້ນເມືອງ, ໂດຍມີການຈັດຕັ້ງບ້ານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.








Users Today : 102
Users Yesterday : 1666
This Month : 24997
This Year : 185194
Total Users : 944646
Who's Online : 6