
ໂດຍປະຕິບັດນະໂຍບາຍ ທີ່ມີຕໍ່ນາຍ ແລະ ພົນຕໍາຫຼວດ ໃນຖັນແຖວກໍາລັງປ້ອງກັນຄວາມສະຫົງບ ໃນວັນທີ 19 ກັນຍາ 2022 ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ຕາງໃຫ້ຄະນະພັກ-ຄະນະກອງບັນຊາການ, ນາຍ ແລະ ພົນຕໍາຫຼວດ ປກສ ແຂວງ ລົງຢ້ຽມຢາມທ່ານ ພັນໂທ ບຸນສີ ສີຫາລາດ ຮອງອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ແຂວງ ທີ່ໄດ້ລາພັກປີ່ນປົວສຸຂະພາບຍາວນານ.

ທ່ານ ພັນເອກ ກົງຈັນ ໄຊປັນຍາ ໄດ້ກ່າວວ່າ: ການລົງຢ້ຽມຢາມໃນຄັ້ງນີ້ຍ້ອນຄວາມເປັນຫ່ວງເປັນໄຍຈາກຄະນະພັກຂັ້ນເທິງ, ນາຍ ແລະ ພົນຕໍາຫຼວດ ທົ່ວກອງບັນຊາການ ປກສ ແຂວງ ທີ່ມີຕໍ່ອ້າຍນ້ອງໃນຖັນແຖວກໍາລັງປ້ອງກັນຄວາມສະຫງົບດ້ວຍກັນ ເພື່ອເປັນກໍາລັງໃຈ ແລະ ສະແດງເຖິງຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ທ່ານຍັງໄດ້ອວຍພອນໄຊອັນປະເສີດ ໃຫ້ທ່ານທີ່ໄດ້ລາພັກປີ່ນປົວສຸຂະພາບຍາວນານ ໃຫ້ຫາຍຈາກພະຍາດໂລຄາ, ໂລກໄພໄຂ້ເຈັບ ແລະ ກັບມາມີສຸຂະພາບແຂງແຮງ ເພື່ອສືບຕໍ່ເຮັດໜ້າທີ່ຂອງຕົນ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສໍາເລັດ. ໂອກາດດຽວກັນ ຍັງໄດ້ມອບເງີນໃຫ້ ທ່ານພັນໂທ ບຸນສີ ສີຫາລາດ ທີ່ໄດ້ລາພັກປີ່ນປົວສຸຂະພາບຍາວນານ ອິກດ້ວຍ.
ຕອນທ້າຍ ທ່ານ ພັນໂທ ບຸນສີ ສີຫາລາດ ພ້ອມດ້ວຍຄອບຄົວ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄໍາຂອບໃຈ ມາຍັງທ່ານ ພັນເອກ ກົງຈັນ ໄຊປັນຍາ ພ້ອມດ້ວຍຄະນະ ທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະກອງບັນຊາການ, ນາຍ ແລະ ພົນຕໍາຫຼວດ ປກສ ແຂວງ, ທີ່ໄດ້ສະຫຼະເວລາຂອງທ່ານລົງຢ້ຽມຢາມໃນຄັ້ງນີ້.








Users Today : 335
Users Yesterday : 1356
This Month : 34222
This Year : 390135
Total Users : 1149587
Who's Online : 14