
ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 66 ປີ, ໃນວັນທີ 3 ທັນວາ 2021 ຢູ່ທີ່ຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ຈັດພິທີມອບເຄື່ອງ ໃຫ້ຄະນະຊາວໜຸ່ມໂຮງໝໍແຂວງ ເພື່ອມອບຕໍ່ໃຫ້ທິມງານແພດໝໍທີ່ຕິດເຊື້ອໃນເວລາປະຕິບັດໜ້າທີ່ ປະເຊີນໜ້າກັບການແຜ່ລະບາດຢ່າງຮຸນແຮງຂອງເຊື້ອພະຍາດໂຄວິດ 19 ລວມມູນຄ່າ 6.100.000 ກີບ.
ເຄື່ອງທີ່ມາມອບ ປະກອບມີ ນໍ້າດື່ມ, ໝີ່ໄວໄວ, ໝີ່ກ່ອງ, ໂຈກ, ເຈວລ້າງມື, ຜ້າອັດປາກອັດດັງ ກ່າວມອບໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມຄະນະ ກ່າວຮັບໂດຍ ດຣ ບັນລຽງ ວໍລະສານ ຮອງຜູ້ອໍານວຍການໂຮງໝໍແຂວງ ພ້ອມເລຂາຮາກຖານຊາວໜຸ່ມໂຮງໝໍ ໂດຍຊ້ອງໜ້າຊາວໜຸ່ມສອງພາກສ່ວນ ເຂົ້າຮ່ວມ.
ເຄື່ອງດັ່ງກ່າວຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ລະດົມຈາກຮາກຖານ, ໜ່ວຍຮາກຖານຊາວໜຸ່ມອ້ອມຂ້າງແຂວງ ເພື່ອຊຸກຍູ້ຊ່ວຍເຫຼືອບຸກຄະລາກອນການແພດ ນໍາໃຊ້ເຂົ້າໃນວຽກງານເວລາປະຕິບັດໜ້າທີ່ ທັງເປັນການສ້າງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ.








Users Today : 545
Users Yesterday : 1356
This Month : 34432
This Year : 390345
Total Users : 1149797
Who's Online : 6