
ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2021 ຢູ່ໂຮງຮຽນ ມສ ປາກງຽບ ເມືອງປາກຊັນ ແຂວງບໍລິຄຳໄຊ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມຄະນະ ໄດ້ນຳເອົາເຄື່ອງບໍລິໂພກ ໄປມອບໃຫ້ ນັກສຶກສາມະຫາວິທະຍາໄລແຫ່ງຊາດ 16 ສະຫາຍ, ຍິງ 11 ສະຫາຍ ທີ່ລົງຝຶກຫັດຢູ່ ໂຮງຮຽນ ມສ ປາກງຽບ ກ່າວຮັບໂດຍ ອາຈານ ຜິດສະໄໝ ແພງພົມກອງ ຮອງອໍານວຍການ ໂຮງຮຽນ ມສ ປາກງຽບ ໂດຍຊ້ອງໜ້ານັກສຶກສາຝຶກຫັດເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບ ປະກອບມີ ໝີ່ໄວໆ, ໄຂ່ໄກ່, ປາກະປ໋ອງ ລວມມູນຄ່າ 700.000 ກີບ, ເຖິງຈະມີຈໍານວນໜ້ອຍ ແຕ່ກໍ່ເປັນນໍ້າຈິດນໍ້າໃຈ ຂອງຄະນະຊາວໜຸ່ມໜຸ່ມ ທີ່ໄດ້ບິແບ່ງ ນໍ້າໃຈປະກອບສ່ວນ ເພື່ອຊ່ວຍເຫຼືອບັນເທົາທຸກ ເບິ່ງແຍງກັນໃນເວລາສັງຄົມພົບຄວາມຫຍຸ້ງຍາກ.









Users Today : 1316
Users Yesterday : 3846
This Month : 52887
This Year : 408800
Total Users : 1168252
Who's Online : 14