
ໃນວັນທີ 10 ສິງຫາ 2023 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ການນໍາຂອງແຂວງ, ຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ສືບຕໍ່ລົງຕິດຕາມສະພາບຄວາມເສຍຫາຍ ຂອງເສັ້ນທາງຫຼວງແຫ່ງຊາດ ເລກ 8A ເຂດເຊື່ອມຕໍ່ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຫາເມືອງ ຄູນຄໍາ ແຂວງ ຄໍາມ່ວນ ທີ່ໄດ້ຮັບຜົນກະທົບຈາກດິນເຈື່ອນທັບເສັ້ນທາງຫຼາຍຈຸດ ເນື່ອງຈາກຂອບເຂດພື້ນທີ່ດັ່ງກ່າວມີຝົນຕົກລິນຕິດຕໍ່ກັນເປັນເວລາຫຼາຍວັນ.

ຕາມການລາຍງານຂອງຄະນະຮັບຜິດຊອບໄດ້ໃຫ້ຮູ້ວ່າ ປັດຈຸບັນເສັ້ນທາງແຫ່ງດັ່ງກ່າວ ແມ່ນຍັງບໍ່ທັນສາມາດທ່ຽວໄດ້ ເຊີ່ງໄລຍະຜ່ານມາໄດ້ສຸມໃສ່ແກ້ໄຂດິນເຈື່ອນອອກຈາກເສັ້ນທາງ ໄລຍະທາງ 10 ກິໂລແມັດ ໂດຍໄດ້ມີການຈັດຕັ້ງປະຕິບັດວຽກງານຢ່າງຕໍ່ເນື່ອງ ດ້ວຍຄວາມເອົາໃຈໃສ່ສູງ ປັດຈຸບັນຍັງເຫຼືອອີກ 2 ກິໂລແມັດກວ່າ ກໍ່ຈະສາມາດເຈາະຜ່ານໄປຮອດເສັນທາງເລກ 8A ເຂດເມືອງຄູນຄໍາ ແຂວງຄໍາມວນ, ເຊີ່ງຍັງມີຄວາມຫຍຸງຍາກຫຼາຍ ເພາະບາງຈຸດຖືກດິນທັບຖົມສູງປະມານ 5 ແມັດ ແລະ ຢາວເຖີງ 900 ແມັດ ແລະ ບາງຈຸດຖືກດິນທັບຖົມສູງກວ່າ 10 ແມັດ. ສໍາລັບພາຫະນະທີ່ຍັງຕົກຄ້າງ ແມ່ນສາມາດເຄື່ອນຍ້າຍອອກມາໄດ້ຈໍານວນໜຶ່ງ ແລະ ຍັງມີລົດທີ່ຕົກຄ້າງ ຈໍານວນ 104 ຄັນ, ສ່ວນປະຊາຊົນທີ່ຕົກຄ້າງຢູ່ເຂດດັ່ງກ່າວ ແມ່ນສາມາດຊ່ວຍເຫຼືອອອກມາໄດ້ຢ່າງປອດໄພ.

ໂອກາດດັ່ງກ່າວ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ແລະ ພາກສ່ວນກຽວຂ້ອງ ສຸມໃສ່ຊ່ວຍເຫຼືອບັນເທົາທຸກ ພໍ່ແມເປະຊາຊົນທີ່ໄດ້ຮັບຜົນກະທົບ ຢ່າງແຂງແຮງ, ເອົາໃຈໃສດໍາເນີນການແກ້ໄຂດິນເຈື່ອນອອກຈາກເສັ້ນທາງ ຢ່າງເຕັມທີ່ ຕາມຄວາມເໝາະສົມ ກັບສະພາບຄວາມເປັນຈິງ ແລະ ຮັກສາໄດ້ເຖີງຄວາມປອດໄພ ໃນການປະຕິບັດງານ, ສ້າງແຜນການ ໂຄງການລະອຽດ ເພື່ອຟື້ນຟູຊີວິການເປັນຢູ່ ຂອງພໍ່ແມ່ປະຊາຊົນ, ຕິດຕາມເຝົ້າລະວັງ ສະພາບການດິນຟ້າອາກາດ ເພື້ອຕານ ແລະ ຕອບໂຕ້ ໄພພິບັດ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ໃຫ້ວ່ອງໄວທັນເວລາ ແລະ ບັນຫາອື່ນໆ.








Users Today : 1490
Users Yesterday : 3846
This Month : 53061
This Year : 408974
Total Users : 1168426
Who's Online : 28